ຂັນໝາກເບັງຕຳນານຍາວນານຫຼາຍຮ້ອຍປີ

ເມື່ອເວົ້າເຖິງ, ເຄື່ອງສັກກາລະບູຊາ ໃນວັດວາອາຮາມ ນອກຈາກຈະມີດອກໄມ້ທູບທຽນແລ້ວ, ຂັນໝາກເບັງ ກໍ່ເປັນອີກໜຶ່ງຢ່າງທີ່ຂາດບໍ່ໄດ້. ໂດຍຂັນໝາກເບັງ ແມ່ນຈະປະກອບດ້ວຍໃບຕອງ ດອກໄມ້ຕ່າງໆເຊັ່ນ: ດອກດາວເຮືອງ, ດອກຮັກ, ດອກຈຳປາ, ດອກສາມປີ ແລະ ອຶ່ນໆຕາມແຕ່ລະທ້ອງຖິ່ນ. ເຊີ່ງໝາກເບັງຈະນິຍົມເຮັດຫຼາຍຊັ້ນ ຕາມຄວາມເໝາະສົມ ເຊັ່ນ: ໝາກເບັງ 3 ກາບ, 5 ກາບ, 9 ກາບ, ແລະ 15 ກາບ ໂດຍຈະເນັ້ນໃຫ້ເປັນເລກຄີກ ການແຫ່ໝາກເບັງ ໃນງານບຸນປີໃໝ່ລາວ ທີ່ນະຄອນຫຼວງພະບາງ ມື້ິນີ້,

ຈະພາໄປຮູ້ຈັກກັບ ຄວາມເປັນມາຂອງຂັນໝາກເບັງ ທີ່ຕິດພັນກັບຊີວິດຂອງຄົນລາວຊາວລາວພຸດຂອງພວກເຮົາ ການແຫ່ນາງສັງຂານ ທີ່ນະຄອນຫຼວງພະບາງ ປີ 1972 ໃນສະໄໝຂອງເຈົ້າຟ້າງຸ່ມມະຫາລາດ ພຣະເຈົ້າແຜ່ນດິນນະຄອນຊຽງທອງ (ລ້ານຊ້າ’ງ) ມີອັກຄະລະມະເຫສີ ພະນາມວ່າ ນາງແກ້ວເກງຍາ ຫຼື ນາງແກ້ວກັນລະຍາ ຕາມຈາຮີດດັ້ງເດີມນັ້ນ ມີການບວງສວງຜີມະເຫສັກຫຼັກເມືອງ ເພາະລ້ານຊ້າງຍັງນັບຖືຜີ. ເມື່ອພຣະອົງທັງສອງ ໄດ້ຮ່ວມພິທີລ້ຽງຜິເມືອງຜີແຖນຫຼວງຂອງລ້ານຊ້າງ ຕາມຈາຮີດນັ້ນ.

ເສນາອໍາມາດຕ້ອງໄດ້ຂ້າຄວາຍ ເພື່ອບູຊາຜີທັງຫຼາຍ ເມື່ອນາງແກ້ວກັນລະຍາທອດພະເນດແນວນັ້ນ ຈື່ງໄດ້ໃຫ້ຂ້າຫຼວງຂອງເພີ່ນ ໄປທູນຕໍ່ພຣະຣາດຊະບິດາ ທີ່ກຳປູເຈຍ ເພື່ອນຳເອົາສາສະໜາມາປະດັບໄວ້ໃນລ້ານຊ້າງ. ຫຼັງຈາກນັ້ນ ພຣະຮາຊາບິດາຂອງເພີ່ນຈື່ງໄດ້ ພຣະລາດຊະທານຄໍາພິພຸດທະສະສາໜາ ນຳພຣະສົງ ແລະ ພຣະບາງ (ພຣະພຸດທະຮູບ) ມາປະດິດສະຖານໄວ້ທີ່ນະຄອນຊຽງທອງ ລາຊຊະດອນ ເມື່ອຮູ້ຂ່າວການມາເຖິງຂອງພຣະບາງ ໃນອານາຈັກລ້ານຊ້າງ ຕ່າງພາກັນປິຕິຍິນດີ

ແລະ ພ້ອມພຽງກັນປະດິດຂັນໝາກເບັງດ້ວຍໃບຕອງ ປະດັບດ້ວຍດອກໄມ້ ໝາກພູ ເພື່ອມາສັກກາລະບູຊາ ແລະ ຊຽງທອງ ຈື່ງໄດ້ປ່ຽນຊື່ມາເປັນ ຫຼວງພະບາງ ນັບແຕ່ນັ້ນມາ ປັດຈຸບັນ, ຂັນໝາກເບັງ ແມ່ນໃຊ້ເຂົ້າໃນພິທີກຳຕ່າງໆ ເປັນຕົ້ນແມ່ນ: ບູຊາພຣະ, ຖວາຍແດ່ພຣະສົງ, ເຮັດບຸນເຮືອນ, ງານມຸງຄຸນຕ່າງໆ ແລະ ຍັງມີກຸ່ມຄົນລາວ ທີ່ອາໄສຢູ່ຕ່າງປະເທດ ໄດ້ສືບສານວັດທະນະທຳດັ່ງກ່າວ ຈົນເປັນທີ່ຮູ້ຈັກໃນຫຼາຍໆປະເທດ ໃນນີ້, ອະນິສົງຂອງການຖວາຍຂັນໝາກເບັງ ຕາມຄວາມເຊື່ອຂອງຄົນລາວ ແມ່ນຈະໄດ້ໄປບັງເກີດໃນສະຫວັນ ສະເຫວີຍສຸກກັບປະສາດສູງໝື່ນໆຊັ້ນ