ພັດທະນາຂະແໜງການປູກຝັງລາຍຮັບຂອງປະຊາຊົນກໍເພີ່ມຂຶ້ນ

ຂະແໜງການທີ່ມີເອກະລັກພິເສດໄດ້ພັດທະນາຂຶ້ນຢ່າງເຂັ້ມແຂງ, ລາຍຮັບຂອງປະຊາຊົນກໍເພີ່ມຂຶ້ນນຳ.( ພັດທະນາຂະແໜງການປູກຝັງປານວ່າໄດ້ປູກຕົ້ນເງິນຕົ້ນຄຳຢູ່ເຂດ 3 ຮ່ອມພູ) ຂີ່ເຮືອທ່ຽວສາມຮ່ອມພູຕາມແມ່ນ້ຳຢາງຊີກຽງ, ເມື່ອເງີຍໜ້າຫລຽວເບິ່ງພູ ຜາທີ່ສູງຊັນຢູ່ສອງຝາກຝັ່ງ, ກໍຈະເຫັນສວນໝາກກ້ຽງທີ່ລຽງລາຍ ຂຽວອຸ່ມທຸ່ມ, ເປັນພາບທີ່ສວຍງາມທີ່ໜ້າຊື່ນຊົມ. ໃນສວນໝາກກ້ຽງຂອງຕາແສງຊ່ວງລົງເມືອງອູ່ຊ່ານນະຄອນຈຸ່ງກິ່ງ, ທ້າວລິວຊາວຊີ່ງກຳລັງຫົດນ້ຳໃສ່ປຸຍຕົ້ນໝາກກ້ຽງ. ລາວເວົ້າວ່າ: ມື້ໜຶ່ງສາມາດສ້າງລາຍຮັບໄດ້ 120 ຢວນ, ເດືອນໜຶ່ງກໍມີລາຍຮັບບໍ່ໜ້ອຍໄດ໋. ແສງຕາເວັນສາດຊ່ອງຜ່ານໃບໝາກກ້ຽງ, ລິວຊາວຊິ່ງໜ້າແດງໜ້ອຍໜຶ່ງຍ້ອນຖືກແດດ, ເມື່ອເວົ້າເຖິງລາຍຮັບ, ລາວມີຮອຍຍິ້ມເຕັມໃບໜ້າ. ເຊັດເຫື່ອອອກ, ແລ້ວກໍ່ສືບຕໍ່ເຮັດວຽກຢູ່ສວນເລີຍ. ຕາແສງຊ່ວງລົງ ຕັ້ງຢູ່ລຽບຕາມລ້ອງນ້ຳຕ້ານີງເຊິ່ງເປັນສາຂາຂອງແມ່ນ້ຳຢາງຊີກຽງ, ເຂດນີ້ມີຮ່ອມພູຫລາຍ, ແຜ່ນດິນເປັນແບບຂັ້ນໄດຫຼາຍຂັ້ນ. ຍ້ອນມີຈຸດບົກຜ່ອງດ້ານພູມສັນຖານດັ່ງກ່າວ, ຈຶ່ງເຮັດໃຫ້ຕາແສງຊ່ວງລົງບໍ່ມີເສັ້ນທາງເຂົ້າເຖິງ, ການພັດທະນາຂະແໜງການຕ່າງໆ ກໍຊັກຊ້າມາເປັນເວລາດົນນານ. ລິວຊາວຊິ່ງບອກໃຫ້ຮູ້ວ່າ:

ພູມສັນຖານແບບນີ້ ເມື່ອຫຼຽວເບິ່ງຈາກດ້ານລຸ່ມເຫັນວ່າງາມຫລາຍ, ແຕ່ຖ້າດຳລົງຊີວິດຢູ່ດ້ານເທິງແລ້ວ ຈະຮູ້ສຶກວ່າລຳບາກແທ້ໆ. ຫລາຍປີກ່ອນ, ຄອບຄົວຕົນເອງແລະເພື່ອນບ້ານໃກ້ຄຽງ ສ່ວນຫລາຍຈະປູກມັນຝຣັ່ງ ມັນດ້າງ ແລະ ສາລີເປັນຫລັກ. ການປູກຝັງແບບນີ້ບໍ່ສາມາດສ້າງລາຍຮັບທີ່ດີໄດ້, ຊາວບ້ານສ່ວນຫລາຍຈຶ່ງພາກັນໄປເຮັດວຽກຢູ່ນອກ. ທົ່ວຕາແສງມີ 3 ໝື່ນກວ່າຄົນ, ມີ 1 ສ່ວນ 3 ອອກໄປຫາວຽກເຮັດຢູ່ນອກ. ຊາວບ້ານອອກໄປເຮັດວຽກຢູ່ນອກບ້ານແລ້ວ, ເນື້ອທີ່ດິນປູກຝັງກໍກາຍເປັນດິນຮົກເຮື້ອ. ໃນເມື່ອພົບກັບຄວາມທຸກຍາກກໍມັກຈະຄິດຫາທາງອອກ. ເຮັດແນວໃດຈຶ່ງຈະສາມາດພັດທະນາຂະແໜງການທີ່ມີເອກະລັກພິເສດຂອງຕາແສງ, ຈຶ່ງຈະສາມາດນຳໃຊ້ຊັບພະຍາກອນຂອງພູຜາໃຫ້ເປັນປະໂຫຍດໄດ້? ຊຸມປີກ່ອນ, ຕາແສງຊ່ວງລົງໄດ້ນຳໃຊ້ທ່າແຮງດ້ານດິນຟ້າອາກາດແລະສິ່ງແວດລ້ອມທຳມະຊາດຂອງພູສູງ, ຕັ້ງໜ້າພັດທະນາຂະແໜງການປູກໝາກໄມ້ເຊິ່ງສາມາດສ້າງລາຍຮັບທີ່ດີ. ແຫ່ງຕ່າງໆຂອງທົ່ວປະເທດຈີນກໍສັ່ງຊື້ໝາກໄມ້ທີ່ປູກຢູ່ເຂດພູແຫ່ງນີ້. ຊາວບ້ານກໍມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ, ລາຍຮັບກໍນັບມື້ນັບຫລາຍຂຶ້ນ. ປະຊາຊົນບໍ່ຕ້ອງເປັນຫ່ວງນຳເລື່ອງການກິນການຢູ່ອີກແລ້ວ. ແຕ່ເຮັດແນວໃດ, ຈະເຮັດໃຫ້ການປູກໝາກກ້ຽງສາມາດກະຕຸກຊຸກຍູ້ການພັດທະນາຊົນນະບົດໄດ້?ຄຳຕອບຂອງຕາແສງຊ່ວງລົງກໍຄື: ຂະຫຍາຍເນື້ອທີ່ການປູກຝັງໃຫ້ກວ້າງອອກ, ຜະລິດໝາກກ້ຽງທີ່ມີຄຸນນະພາບສູງ.

ເດືອນມິນາ ປີ 2020, ຕາແສງຊ່ວງລົງໄດ້ຮ່ວມມືກັບບໍລິສັດພັດທະນາກະເສດເຈີເລີ້ຈຸ່ງກິ່ງຈຳກັດ, ພາຍຫລັງຜູ້ຊ່ຽວຊານດ້ານກະສິກຳຂອງບໍລິສັດມາສຳຫລວດຄົ້ນຄວ້າຢູ່ພາກສະໜາມແລ້ວ, ຕາແສງຊ່ວງລົງໄດ້ຕັດສິນໃຈນຳເຂົ້າແນວພັນໝາກກ້ຽວຄຸນນະພາບສູງ, ໄດ້ປູກເບ້ຍໝາກກ້ຽງປະມານ 3 ແສນຕົ້ນຢູ່ບ້ານວ້ານເຈ່ຍ ບ້ານອ່ານຈີ້ງ ແລະ ບ້ານປ່າອູ້, ເນື້ອທີ່ປູກໝາກກ້ຽງມີເຖິງ 400 ເຮັກຕາ, ເບ້ຍໝາກກ້ຽງ 3 ແສນຕົ້ນເຫຼົ່ານີ້ໄດ້ເຕີບໃຫຍ່ຢ່າງແຂງແຮງ, ເຮັດໃຫ້ດິນຮົກເຮື້ອໃນເມື່ອກ່ອນກາຍເປັນດິນຂຽວ. ທ່ານຊົ້ງເວີ່ຍປີ່ນປະທານບໍລິສັດພັດທະນາກະສິກຳເຈີເລີ້ຈຸ່ງກິ່ງຈຳກັດແນະນຳໃຫ້ຮູ່ວ່າ: ອີກບໍ່ເທົ່າໃດປີ, ໝາກກ້ຽງແນວພັນໃໝ່ນີ້ ຈະເຂົ້າສູ່ໄລຍະເກັບກ່ຽວເຊິ່ງຈະໄດ້ຜົນຜະລິດຫລາຍທີ່ສຸດ, ຜົນຜະລິດແຕ່ລະເຮັກຕາຈະມີເຖິງ 4 ໝື່ນຫາ 6 ໝື່ນກິໂລ. ແນວພັນນີ້ຄຸນນະພາບດີຫລາຍ, ເຖິງວ່າລາຄາອ່າວສູງແຕ່ກໍບໍ່ເປັນຫ່ວງນຳການຈຳໜ່າຍ. ຕາແສງຊ່ວງລົງໄດ້ນຳໃຊ້ຮູບແບບຄວາມໂດ່ງດັງຂອງບໍລິສັດ, ອົງການປົກຄອງບ້ານ ແລະ ຊາວບ້ານປະສານສົມທົບກັນ. ເມື່ອໝາກກ້ຽງເຂົ້າສູ່ໄລຍະເກັບຜົນຜະລິດໄດ້ຫລາຍທີ່ສຸດ, ທາງບໍລິສັດຍັງຈະແບ່ງ 5% ຂອງກຳໄລສຸດທິໃຫ້ທາງບ້ານ ເຊິ່ງເປັນການແບ່ງຜົນກຳໄລຄັ້ງທີ 2 ເພື່ອຊຸກຍູ້ການພັດທະນາຊົນນະບົດ. ສຳລັບຊາວບ້ານແລ້ວແມ່ນເອົາດິນເປັນຫຸ້ນສ່ວນກັບບໍລິສັດ,ນອກນີ້ຊາວບ້ານຢູ່ທ້ອງຖິ່ນຍັງໄດ້ເຮັດວຽກນຳບໍລິສັດຢູ່ສວນໝາກໄມ້. ຍ້ອນແນວນີ້, ທ້າວລິວຊາວຊິ່ງກໍແມ່ນຄົນໜຶ່ງທີ່ໄດ້ຮັບໂອກາດເຮັດວຽກຢູ່ໃນບ້ານ. ຊາວບ້ານທີ່ມີວຽກເຮັດງານທຳຢູ່ບ້ານຄືທ້າວລິວຊາວຊິ່ງມີຈຳນວນບໍ່ໜ້ອຍ.

ຊາວບ້ານທີ່ເຮັດວຽກຢູ່ສວນໝາກກ້ຽງເປັນປະຈຳມີ 300 ກວ່າຄົນ, ເຊິ່ງເຮັດໃຫ້ພວກເຂົາເຈົ້າມີລາຍຮັບເພີ່ມຂຶ້ນ. ເມື່ອຂະແໜງການທີ່ມີເອກະລັກພິເສດໄດ້ພັດທະນາຢ່າງເຂັ້ມແຂງແລ້ວ, ລາຍຮັບຂອງປະຊາຊົນກໍເພີ່ມຂຶ້ນນຳ. ມາຮອດປັດຈຸບັນ, ຕາແສງຊ່ວງລົງໄດ້ປູກໝາກໝັ້ນກອບ 1.500 ກວ່າເຮັກຕາ, ປູກໝາກຖົ່ວຊະນິດຕ່າງໆ 660 ເຮັກຕາແລະ ປູກໝາກກ້ຽງ 730 ເຮັກຕາ, ຊາວບ້ານເວົ້າວ່າໝາກໄມ້ໄດ້ກາຍເປັນຕົ້ນເງິນຕົ້ນຄຳຂອງປະຊາຊົນ. ປີ 2020, ລາຍຮັບສະເລ່ຍທີ່ສາມາດຈັບຈ່າຍໄດ້ຂອງປະຊາຊົນໃນທົ່ວຕາແສງຊ່ວງລົງມີເຖິງ11.085 ຢວນ. ໝາກກ້ຽງໄດ້ກາຍເປັນຊ່ອງທາງສ້າງຄວາມຮັ່ງມີທີ່ມີປະສິດທິພາບສູງໃຫ້ປະຊາຊົນ. ມາຮອດປັດຈຸບັນ, ເນື້ອທີ່ປູກໝາກກ້ຽງຂອງເມືອງອູ່ຊ່ານ ມີຫລາຍກວ່າ 13.000 ເຮັກຕາ, ເນື້ອທີ່ທີ່ໃຫ້ຜົນເກັບກ່ຽວແລ້ວ ມີເກືອບ 7.000 ເຮັກຕາ, ຜົນຜະລິດແມ່ນ 1 ແສນໂຕນ, ການປູກຝັງໄດ້ກາຍເປັນເຄັດລັບໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດອ່າງສາມຮ່ອມພູ, ທັງກາຍເປັນຕົວຢ່າງດ້ານຊີວະພາບຂອງແລວເສດຖະກິດແມ່ນ້ຳຢາງຊີກຽງ. ທັງໝົດເຫລົ່ານີ້ ພຽງແຕ່ເປັນສ່ວນໜຶ່ງຂອງການພັດທະນາຊົນນະບົດຂອງເມືອງອູ່ຊ່ານເທົ່ານັ້ນ.

ຢູ່ຕາແສງຕ້າຊີ່, ຊາວບ້ານຫລີຢົງຊຸ່ນມີສວນໝາກກ້ຽງ 2.000 ຕາແມັດ,ເຊິ່ງສາມາດສ້າງລາຍຮັບໄດ້ 3 ໝື່ນກວ່າຢວນຕໍ່ປີ. ຢູ່ຕາແສງ ສວີສື, ພໍຮອດເດືອນມິຖຸນາ ແລະ ເດືອນກໍລະກົດຂອງທຸກໆປີ, ຕົ້ນໝາກໝັ້ນກອບທີ່ມີເນື້ອທີ່ເກືອບ 700 ເຮັກຕາໄດ້ເຂົ້າສູ່ໄລຍະອອກໝາກ, ໝາກໝັ້ນທີ່ຂຽວອຸ່ມທຸ່ມເຕັມກິ່ງກ້ານ, ຊາວບ້ານພາກັນເວົ້າວ່າ: ເໝືອນດັ່ງໄດ້ປູກຕົ້ນເງິນຕົ້ນຄຳຢູ່ພາຍໃນບ້ານເລີຍ, ຊີວິດການເປັນຢູ່ກໍ່ນັບມື້ນັບດີຂຶ້ນ. ໃນໄລຍະຕໍ່ໄປ, ເມືອງອູ່ຊ່ານຈະພັດທະນາໂດຍປິ່ນອ້ອມຂະແໜງການໝາກກ້ຽງແລະ ການປົກປັກຮັກສາຊີວະພາບຂອງລຸ່ມລ້ອງນ້ຳຕ້ານີງ ເພື່ອວາງແຜນການກໍ່ສ້າງເຂດ 3 ຮ່ອມພູ. ພ້ອມກັນນັ້ນ, ຍັງຈະພັດທະນາໂດຍປິ່ນອ້ອມຂະ ແໜງການໝາກໝັ້ນ ການປົກປັກຮັກສາຊີວະພາບຂອງແມ່ນ້ຳຢາງຊີກຽງ ແລະ ການປະສານສົມທົບກັນລະຫວ່າງກະສິກຳກັບການທ່ອງທ່ຽວ, ແລ້ວກໍ່ສ້າງ 4 ເຂດພັດທະນາຂະແໜງການທີ່ມີເອກະລັກພິເສດເພື່ອຊຸກຍູ້ການພັດທະນາຊົນນະບົດ. ບົນເສັ້ນທາງການພັດທະນາຊົນນະບົດ, ເມືອງອູ່ຊ່ານພວມເຂົ້າສູ່ໄລຍະພັດທະນາອັນໃໝ່.