ປະເທດລາວອຸດົມສົມບູນໄປດ້ວຍປ່າໄມ້ພູມສັນຖານສ່ວນໃຫຍ່ທີ່ເປັນພູ

ປ່າໄມ້ ແລະ ວຽກງານດ້ານປ່າໄມ້ (ເນືອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ) ຍ້ອນລັກສະນະພູມສັນຖານສ່ວນໃຫຍ່ທີ່ເປັນພູ ແລະ ພູມອາກາດຮ້ອນຊຸ່ມ, ປະເທດລາວຈຶ່ງອຸດົມສົມບູນໄປດ້ວຍປ່າໄມ້. ລາວເປັນປະເທດໜຶ່ງທີ່ມີປ່າຝົນເຂດຮ້ອນທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້. ໃນຊຸມປີຜ່ານມາ ການປະເມີນເນື້ອທີ່ປ່າໄມ້ຂອງລາວເປັນບັນຫາຂັດແຍ່ງ ເນື່ອງຈາກລາວບໍ່ມີຄຳນິຍາມເນື້ອທີ່ປ່າໄມ້ທີ່ເປັນທາງການ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ດ້ວຍເຫດນີ້ ພື້ນທີ່ປ່າໄມ້ຄາດຄະເນຂອງລາວຈຶ່ງບໍ່ມີຄວາມຊັດເຈນ, ທັງນີ້ແມ່ນຂຶ້ນຢູ່ກັບການກຳນົດນິຍາມປ່າໄມ້ ແລະ ວິທີການທີ່ນຳໃຊ້ໃນການປະເມີນ.1 ເຖິງຢ່າງໃດກໍຕາມ, ອີງຕາມການຈັດສັນປ່າໄມ້ທາງການຫຼ້າສຸດ, ເຊິ່ງກຳນົດນິຍາມປ່າໄມ້ຈາກພື້ນທີ່ທີ່ມີຄວາມໜາແໜ້ນການປົກຄຸມໜ້າດິນຢ່າງໜ້ອຍ 20%, ມີເສັ້ນຜ່າໃຈກາງຕົ້ນໄມ້ໃນລະດັບໜ້າເອິກ (DBH) ບໍ່ຫຼຸດ 10 ຊມ, ແລະ ມີເນື້ອທີ່ 0.5 ເຮັກຕາຂຶ້ນໄປ, ປະເທດລາວມີເນື້ອທີ່ປ່າໄມ້ຄາດຄະເນລວມທັງໝົດ 13.2 ລ້ານເຮັກຕາ, ຫຼື 57.4% ຂອງເນື້ອທີ່ດິນທັງໝົດໃນປີ 2015.2 ໃນນັ້ນປ່າປະສົມປ່ຽນໃບກວມພຶ້ນທີ່ຫຼາຍສຸດ ປະມານ 9.4 ລ້ານເຮັກຕາ.

ສ່ວນທີ່ເຫຼືອແມ່ນປະເພດປ່າໂຄກແຫ້ງແລ້ງ, ປ່າດົງດິບແຫ້ງແລ້ງ, ປ່າແປກ, ປ່າປະສົມປ່າແປກ ແລະ ປ່າໄມ້ໃບກວ້າງ. ນອກຈາກນັ້ນ ຍັງມີພື້ນທີ່ປ່າເລົ່າອ່ອນ, ປ່າໄມ້ອຸດສາຫະກຳ ແລະ ປ່າໄຜ່ (ກວມ 27.30% ຂອງພື້ນທີ່ທັງໝົດ). ຊັບພະຍາກອນປ່າໄມ້ມີຄວາມສໍາຄັນຕໍ່ຫຼາຍພາກສ່ວນ ແລະ ຍັງປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ເສດຖະກິດໃນຊົນນະບົດຂອງລາວ. ເນື່ອງຈາກປ່າໄມ້ສາມາດສ້າງຄຸນຄ່າທາງສິ່ງແວດລ້ອມຢ່າງຫຼວງຫຼາຍ ໂດຍຜ່ານການໃຫ້ບໍລິການທາງດ້ານລະບົບນິເວດ, ເຊັ່ນ ການປົກປ້ອງຊີວະນາໆພັນ ແລະ ແຫຼ່ງນ້ຳ, ກໍຄືການກັກເກັບອາຍກາກໂບນິກ. ເຖິງແນວໃດກໍ່ຕາມ, ປ່າໄມ້ໃນປະເທດລາວກໍາລັງຖືກຄຸກຄາມຈາກ ແຮງກົດດັນຫຼາຍຢ່າງ ແລະ ໃນຂະນະທີ່ອັດຕາສ່ວນຂອງພື້ນທີ່ປ່າໄມ້ມີລັກສະນະເພີ່ມຂຶ້ນ, ຄຸນະພາບຂອງປ່າໄມ້ພັດສືບຕໍ່ຊຸດໂຊມລົງໃນໄລຍະທົດສະວັດທີ່ຜ່ານມາ. ປ່າໄມ້ຍັງມີຄຸນປະໂຫຍດໃນການສະໜອງໄມ້ໃຫ້ແກ່ຊຸມຊົນ ເພື່ອນໍາໃຊ້ເປັນອຸປະກອນການປຸກສ້າງ ແລະ ສ້ອມແປງ, ລ້ອມຮົ້ວ, ຫັດຖະກຳ, ເຄື່ອງມືກະສິກຳ ແລະ ເຊື້ອເພີງ. ໃນຂະນະດຽວກັນ, ປ່າໄມ້ຍັງສະໜອງເຄື່ອງປ່າຂອງດົງໃນຮູບຂອງແຫຼ່ງອາຫານ,ຢາ ແລະ ສ້າງລາຍຮັບລ້ຽງຊີບໃນເຂດຊົນນະບົດ.

ອາຫານຈາກປ່າແມ່ນໄດ້ມາໂດຍບໍ່ຕ້ອງເສຍເງິນ ທັງອຸດົມໄປດ້ວຍສານອາຫານ ເຊິ່ງຊ່ວຍໃນການຮັບປະກັນດ້ານສະບຽງອາຫານໃນຊຸມຊົນຊົນນະບົດ ໃນຊ່ວງທີ່ອຶດເຂົ້າກິນ ແລະ ຍັງສາມາດນໍາໄປຂາຍຕາມທ້ອງຕະຫຼາດເພື່ອສ້າງລາຍຮັບ. ຢາພື້ນເມືອງ ແລະ ສະໝູນໄພຈາກປ່າຍັງເປັນອີກໜຶ່ງທາງເລືອກໃນການປິ່ນປົວສຸຂະພາບ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກ. ນອກຈາກນັ້ນ ເຄື່ອງປ່າຂອງດົງເຊັ່ນ ໝາກແໜ່ງ, ຍານ, ແລະ ຢາງໄມ້ບາງຊະນິດ ຍັງສ້າງລາຍໄດ້ເປັນກອກເປັນກຳໃຫ້ແກ່ຊຸມຊົນ ເປັນສິນຄ້າສົ່ງອອກ.ປ່າໄມ້ໃນລາວຍັງເປັນແຫຼ່ງທີ່ຢູ່ອາໄສຂອງສັດປ່າ ແລະ ພືດພັນນາໆຊະນິດ. ຕາມການຄົ້ນຄວ້າພົບວ່າ ພັນພືດໃນລາວມີຫຼາຍກວ່າ 5,000 ຊະນິດ, 1,373 ສາຍພັນ, ແລະ 188 ຕະກຸນ, ເຊິ່ງໃນນັ້ນມີດອກກ້ວຍໄມ້ປ່າ 485 ສາຍພັນ. ມີການຄາດຄະເນວ່າຈຳນວນພັນໄມ້ດອກຂອງລາວ ອາດມີຫຼາຍເຖິງ 8,000-11,000 ສາຍພັນໃນທົ່ວປະເທດ. ນອກຈາກນັ້ນ ຍັງມີການຄົ້ນພົບພັນສັດລ້ຽງລູກດ້ວຍນ້ຳນົມຂະໜາດໃຫຍ່ປະມານ 100 ສາຍພັນ, ສັດເລືອຄານ ແລະ ສັດເຄິ່ງບົກເຄິ່ງນ້ຳ 200 ສາຍພັນ, ນົກ 700 ສາຍພັນ, ເຈຍ 90 ສາຍພັນ ແລະ ປາ 500 ສາຍພັນ.

ໃນເຂດພູສູງ, ພື້ນທີ່ປ່າຂັ້ນສອງທີ່ຖືກຊຸດໂຊມຈາກການຂຸດຄົ້ນໄມ້ມີຄ່າ ພົບວ່າມີຄຸນຄ່າການນຳໃຊ້ທີ່ຫຼາກຫຼາຍສຳລັບຊາວກະສິກອນໃນລາວ ເຊິ່ງນໍາໃຊ້ພື້ນດັ່ງກ່າວໃນການປູກຝັງໃນປ່າເຫຼົ່ານີ້ຖືວ່າເປັນພື້ນທີ່ທີ່ຊຸດໂຊມທາງດ້ານສິ່ງແວດລ້ອມ. ເຖິງແນວໃດກໍ່ຕາມ, ເມື່ອມີການຈັດຕັ້ງ ປ່າໄມ້ເຫຼົ່ານີ້ຈະສະໜອງຄຸນປະໂຫຍດແບບຍືນຍົງ ພາຍໃຕ້ລະບົບການຄຸ້ມຄອງທີ່ເໝາະສົມ ເຊັ່ນ: ການເຮັດໄຮ່ແບບໝູນວຽນ. ນອກນັ້ນ, ປ່າຂັ້ນສອງຍັງສາມາດສະໜອງຊັບພະຍາກອນປ່າໄມ້ທີ່ສຳຄັນໃນການລ້ຽງຊີບ ແລະ ການເກັບເຄື່ອງປ່າຂອງດົງແບບພໍພຽງ. ພື້ນທີ່ປ່າເຫຼົ່ານີ້ຍັງສາມາດສະໜອງຄວາມຫຼາກຫຼາຍດ້ານຊີວະນາໆພັນຈຳນວນໜຶ່ງ ແລະ ມີປະໂຫຍດໃນການກັກເກັບທາດອາຍກາກໂບນິກ ເມື່ອທຽບກັບການນໍາໃຊ້ປ່າຂັ້ນສອງໃນຮູບແບບອື່ນໆ, ເຊັ່ນ: ເຖິງແມ່ນວ່າຈະຖືກຈັດໃນປະເພດນະໂຍບາຍອັນດຽວກັນກໍ່ຕາມ.ເຖິງວ່າຈະມີຄຸນຄ່າທີ່ຕິດພັນກັບການຄຸ້ມຄອງ ແລະ ການປົກປັກຮັກສາປ່າໄມ້ແບບຍືນຍົງຂອງປະເທດລາວກໍ່ຕາມ, ໃນໄລຍະຜ່ານມາ, ຄຸນຄ່າທາງດ້ານເສດຖະກິດທີ່ສູງ ໄດ້ສ້າງແຮງກົດດັນຕໍ່ປ່າໄມ້ ເຊິ່ງນໍາໄປສູ່ບັນຫາການຕັດໄມ້ທໍາລາຍປ່າ ແລະ ບັນຫາປ່າໄມ້ຊຸດໂຊມ.

ອີງຕາມການປະເມີນຂອງລັດຖະບານລາວ, ບັນຫາການຕັດໄມ້ທໍາລາຍປ່າ ໄດ້ທໍາລາຍພື້ນທີ່ປ່າໄມ້ອັນກວ້າງໃຫຍ່ຂອງປະເທດລາວນັບຕັ້ງແຕ່ຊຸມປີ 1940 ເປັນຕົ້ນມາ, ເຊິ່ງພື້ນທີ່ປ່າໄມ້ຂອງລາວເຄີຍມີຫຼາຍກວ່າ 70% ຂອງເນື້ອທີ່ດິນທັງໝົດ. ໃນຊຸມປີ 1990, ຕົວເລກດັ່ງກ່າວໄດ້ຫຼຸດລົງມາ ເຫຼືອຕໍ່າກວ່າ 40%.ບັນຫາການຕັດໄມ້ທໍາລາຍປ່ານີ້ມີສາເຫດມາຈາກຫຼາຍປັດໄຈ, ແຕ່ປັດໃຈທີ່ສຳຄັນລວມມີ: ການຄ້າໄມ້ແບບຜິດກົດໝາຍ, ການບຸກລຸກພື້ນທີ່ປ່າເພື່ອການກະສິກໍາ, ການປູກຕົ້ນໄມ້ອຸດສາຫະກໍາ, ການສ້າງເຂື່ອນພະລັງງານໄຟຟ້ານໍ້າຕົກ, ການຂຸດຄົ້ນບໍ່ແຮ່ ແລະ ການພັດທະນາພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຖະໜົນຫົນທາງ