ປັດຈຸບັນສະພາບອາກາດແມ່ນຮ້ອນອົບເອົ້າຫລາຍ ຢູ່ນະຄອນຫຼວງວຽງຈັນ ວັດແທກ ເຫັນວ່າ ອຸນຫະພູມສູງສຸດຈຸ 40-41 ອົງສາ ຮອດວັນທີ 2, 3 ຫາ 4 ມິຖຸນາ 2021. ຜູ້ເຮັດວຽກກາງແຈ້ງ ຈົ່ງຮັກສາສຸຂະພາບໃນສະພາບອາກາດຮ້ອນເອົ້າແບບນີ້. ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈຳອາທິດນີ້ວ່າ ນະຄອນຫຼວງວຽງຈັນ ອາກາດຮ້ອນ ຫາ ຮ້ອນເອົ້າ ອຸນຫະພູມສູງສຸດລະຫວ່າງ 36 – 39 ອົງສາ.