ຄວາມໝາຍ ສັງຄະທານ ແລະສັງຄະແທນ

ຫຼາຍທ່ານຄົງຈະເຄີຍໄດ້ຍິນຄຳວ່າ “ສັງຄະທານ” ແຕ່ຄຳວ່າ “ສັງຄະແທນ” ຄົງຈະບໍ່ຄຸ້ນຫູພໍປານໃດ ແຕ່ຄວາມຈິງແລ້ວ ຄຳວ່າ ສັງຄະແທນ ແລະ ສັງຄະທານ ແມ່ນມີຄວາມໝາຍຄ້າຍຄືກັນ ແຕ່ອາດຈະໃຊ້ບໍ່ຄືກັນ.

ຄຳວ່າ “ສັງຄະແທນ” ໝາຍເຖິງສິ່ງຂອງທີ່ ຖວາຍທານແກ່ພຣະສົງ ເພື່ອເປັນການທົດແທນສິ່ງທີ່ຕົນເອງ ແລະ ຍາດພີ່ນ້ອງຂອງຕົນເອງ ເຄີຍໄດ້ ລັ ກ ເອົາ, ຈັບເອົາ ຫຼື ກິນ ຂອງສົງ ໂດຍບໍ່ໄດ້ຮັບອະນຸຍາດ ເຊັ່ນ ໝາກໄມ້ພາຍໃນວັດ, ເຄື່ອງສັງຄະທານຂອງສົງ ແລະ ວັດຖຸສິ່ງຂອງຕ່າງໆ ທີ່ເປັນຂອງສົງ ເຖິງວ່າ ຈະ ຕ າ ຍ ໄປແລ້ວກໍຕາມ ເພື່ອບໍ່ໃຫ້ເປັນບາບ ກ ຳ ແກ່ຕົນເອງ ແລະ ຍາດພີ່ນ້ອງທີ່ ຕ າ ຍ ໄປ ເຊິ່ງເອີ້ນວ່າ “ສັງຄະແທນ”.

ສ່ວນຄຳວ່າ “ສັງຄະທານ” ໝາຍເຖິງ ຂອງທີ່ຖວາຍທານແກ່ ພ ະ ສົງ, ຂອງທານທີ່ຍາດໂຍມນໍາໄປຖວາຍແກ່ ພຣະສົງ ສາມະເນນ ໂດຍບໍ່ຈໍາເພາະເຈາະຈົງໃສ່ອົງໃດອົງໜຶ່ງ ກົງກັນຂ້າມກັບ “ປາຕິບຸຄະລິກະທານ” ທີ່ໝາຍເຖິງ ວັດຖຸທານ ທີ່ຖວາຍສະເພາະ ພຣະສົງ ຮູບໃດໜຶ່ງເທົ່ານັ້ນ.

ການຖວາຍ ສັງຄະແທນ-ສັງຄະທານ ແມ່ນພິທີ ກໍ ຳ ໜຶ່ງຂອງ ປ ະ ຊາຊົນໃນເຂດພາກເໜືອຂອງ ລາວ, ໂດຍສະເພາະ ແຂວງ ຫຼວງ ພ ະ ບາງ ເຊິ່ງຈະນິຍົມເຮັດໃນໂອກາດຕ່າງໆ ເຊັ່ນ ບຸນແຈກເຂົ້າ ແລະ ບຸນອື່ນໆ. ເຊິ່ງຫົວໃຈຫຼັກຂອງການຖວາຍ ສັງຄະແທນ-ສັງຄະທານ ຄື ຄວາມບໍ່ ປ ະ ໝາດໃນ ຜົນຂອງ ກ ຳ ບໍ່ວ່າຈະເປັນສິ່ງທີ່ນ້ອຍໆ ຫຼື ສິ່ງຕົນອາດລືມໄປແລ້ວ ເພື່ອບໍ່ໃຫ້ເປັນບາບ ກ ຳ ຕິ ດ ຕາມຕົວໄປ, ທັງເປັນການເຮັດບຸນອຸທິດເຖິງບັນ ພ ະ ບູລຸດຂອງຕົນເອງອີກດ້ວຍ.

+ ສາເຫດ ແລະ ຄວາມເປັນມາ ຂອງການເຮັດ ສັງຄະແທນ-ສັງຄະທານ.

ສັງຄະທານ-ສັງຄະແທນ ແມ່ນຮີດຄອງ ທີ່ ປ ະ ຊາຊົນຊາວ ແຂວງ ຫຼວງ ພ ະ ບາງ ເຄີຍ ປ ະ ຕິບັດສືບທອດກັນມາ; ຕາມການສອບຖາມບັນດານັກປາດອາຈານ ເພິ່ນໄດ້ໃຫ້ຂໍ້ມູນວ່າ ຕົ້ນ ກ ຳ ເນີດຂອງການເຮັດ ສັງຄະແທນ-ສັງຄະທານ ນີ້ມີ ເລື່ອງເລົ່າວ່າ ໃນສະໄໝກ່ອນ ມີພຣະອົງໜຶ່ງຊື່ວ່າ ພຣະມາໄລ, ເປັນພຣະທີ່ມີອິດທິລິດ ສາມາດໄປຢ້ຽມຢາມເມືອງສະຫວັນ ແລະ ນະຮົກ ແລ້ວນໍາເອົາຂ່າວສານນັ້ນມາບອກລູກຫຼານຢູ່ທາງບ້ານເຊິ່ງ ພຣະມາໄລ ໄດ້ສອບຖາມພວກ ສັ ດ ນາຮົກ ວ່າ ດ້ວຍຜົນ ກໍ ຳ ອັນໃດ ຈຶ່ງໄດ້ມາ ຕົ ກ ນາຮົກ ແລະ ເກີດເປັນເຜດ ເຊິ່ງກໍມີຫຼາຍສາເຫດ ແລະ ສາເຫດໜຶ່ງ ໃນນັ້ນກໍຄື “ພວກເຂົາໄດ້ກິນໝາກໄມ້ ແລະ ອາຫານຂອງ ພຣະສົງ ໂດຍບໍ່ໄດ້ຂໍ ອະນຸຍາດກ່ອນ ເມື່ອ ຕ າ ຍ ໄປຈຶ່ງໄປເກີດ ເປັນເຜດ”.

ອີກ ຈຳ ພວກໜຶ່ງເວົ້າວ່າ “ພວກຕົນໄປກິນໝາກໄມ້ຢູ່ໃນປ່າຫິມະພານ ໂດຍບໍ່ໄດ້ ເອີ່ຍປາກຂໍນຳໃຜ ເມື່ອ ຕ າ ຍ ໄປຈຶ່ງໄດ້ໄປ ຕົ ກ ນະຮົກ ເພາະວ່າ ໝາກໄມ້ນັ້ນແມ່ນຝູງນົກກາໄປກິນຢູ່ໃນວັດ ແລ້ວບິນໄປ ຂີ ້ ໃສ່ປ່າຫິມະພານ ຈຶ່ງເກີດເປັນຕົ້ນອອກມາ ເມື່ອພວກຕົນໄປເຫັນຈຶ່ງຄິດວ່າບໍ່ມີເຈົ້າຂອງ ເລີຍກິນໂດຍບໍ່ໄດ້ເອີ່ຍປາກຂໍ ຈຶ່ງພາໃຫ້ເປັນບາບເປັນ ກ ຳ ເພາະໝາກໄມ້ເຫຼົ່ານັ້ນຍັງຖືວ່າ ເປັນຂອງພຣະສົງຢູ່”. ເມື່ອນັ້ນ, ພວກເຂົາຈຶ່ງຝາກຄວາມມາກັບ ພຣະມາໄລ ໃຫ້ໄປບອກຂ່າວແກ່ຍາດພີ່ນ້ອງເມື່ອຈະກິນສິ່ງໃດຕ້ອງຂໍເສຍກ່ອນ ເຖິງວ່າຈະມີເຈົ້າຂອງ ຫຼື ບໍ່ມີກໍຕາມ ແລະ ໃຫ້ຍາດພີ່ນ້ອງເຮັດ ສັງຄະແທນ ໃຫ້ ເພື່ອທົດແທນສິ່ງທີ່ຕົນເອງໄດ້ກິນໄປ.

ຍ້ອນແນວນັ້ນ, ບັນດາພໍ່ແມ່, ປູ່ຍ່າ, ຕາຍາຍ ຈຶ່ງໄດ້ສັ່ງສອນລູກຫຼານ ວ່າ “ເມື່ອຈະກິນສິ່ງໃດຕ້ອງເອີ່ຍປາກຂໍເສຍ ກ່ອນ ເມື່ອເພິ່ນບໍ່ໃຫ້ ກໍບໍ່ຕ້ອງ ລັ ກ ເອົາ ໂດຍສະເພາະ ແມ່ນຂອງ ພຣະສົງ. ນອກນັ້ນ ຍັງມີອີກເລື່ອງໜຶ່ງເລົ່າວ່າ ມີຊາວບ້ານຄົນໜຶ່ງ ຫຼົງທາງໄປພົບກັບສວນໝາກໄມ້ ຍ້ອນເກີດຄວາມຫິວໂຫຍ ຈຶ່ງໄດ້ເອີ່ຍປາກຂໍໂດຍບໍ່ເຫັນເຈົ້າຂອງ ແລະ ບໍ່ຮູ້ວ່າເປັນຂອງໃຜ, ຕໍ່ມາເຈົ້າຂອງສວນຮູ້ຈຶ່ງໄປນໍາເອົາເລື່ອງ ແຕ່ຊາວບ້ານຜູ້ນັ້ນ ກໍໄດ້ຢືນຍັນວ່າຕົນເອງ ໄດ້ເອີ່ຍປາກຂໍແລ້ວ ແຕ່ເຈົ້າຂອງສວນກໍ ຍັງເວົ້າວ່າ “ເຈົ້າຂໍນຳໃຜ? ໃຜເປັນ ພ ະ ຍານໃຫ້ເຈົ້າ” ຈຶ່ງໄດ້ນຳ ພາຊາວບ້ານຄົນນັ້ນໄປຍັງສວນຂອງຕົນ ເມື່ອໄປຮອດ ຜີ ທີ່ຮັກສາສວນກໍໄດ້ອອກມາຢືນຢັນວ່າ ລາວໄດ້ເອີ່ຍປາກຂໍແທ້ ເຈົ້າຂອງສວນຈຶ່ງບໍ່ເອົາໂທດນຳຊາວບ້ານຜູ້ຫຼົງທາງນັ້ນ. ຍ້ອນແນວນັ້ນ ຜູ້ຄົນຈຶ່ງມັກເອີ່ຍປາກຂໍ ແ ຮ ງ ໆ ເຖິງວ່າ ຈະບໍ່ເຫັນເຈົ້າຂອງກໍຕາມ ເມື່ອເຫັນເຈົ້າຂອງສວນແລ້ວຈຶ່ງບອກພາຍຫຼັງວ່າ ຕົນເອງໄດ້ໄປເອົາສິ່ງນັ້ນ-ສິ່ງນີ້ ແຕ່ບໍ່ເຫັນໃຜ ຈຶ່ງເອີ່ຍປາກຂໍແລ້ວເອົາມາ ເມື່ອເຈົ້າຂອງຮູ້ກໍຈະເວົ້າວ່າ ບໍ່ເປັນຫຍັງ ຈຶ່ງຖືວ່າບໍ່ມີກຳ.

ຍ້ອນສາເຫດດັ່ງກ່າວມານັ້ນ ຈຶ່ງເກີດມີ ການເຮັດ “ສັງຄະແທນ” ສ່ວນ ສັງຄະທານ ນັ້ນ, ແມ່ນການທານໃຫ້ ພຣະສົງ ເພື່ອເອົາບຸນອຸທິດໄປໃຫ້ຍາດຂອງຕົນທີ່ຕາຍໄປ ທັງເປັນການສ້າງບຸນກຸສົນໃຫ້ຕົນອີກດ້ວຍ. ຍ້ອນແນວນັ້ນ, ເມື່ອຍາດພີ່ນ້ອງຂອງຕົນຕາຍໄປ ຫຼື ເມື່ອຈະເຮັດທານ ຜູ້ຄົນຈຶ່ງມັກຈະເຮັດທານດ້ວຍ ສັງຄະແທນ-ສັງຄະທານ, ສະນັ້ນ, ເມື່ອພຣະສົງສັນເຂົ້າແລ້ວ ກ່ອນອອກຕົນຍາດໂຍມຈະນໍາເອົາອາຫານນັ້ນມາກິນ ຈຶ່ງມີຄໍາເວົ້າ ເປັນພາສາບາລີ ວ່າ “ເສສັງ ມັງຄະລັງ ຍາຈາມະ” (ວ່າສາມເທື່ອ) ແປຄວາມໝາຍວ່າ “ອາຫານເສດເຫຼືອ ທັງຫຼາຍເຫຼົ່ານີ້ ພວກຂ້ານ້ອຍຂໍຮັບປະທານ ເພື່ອເປັນສີຣິມຸງຄຸນ” ຈາກນັ້ນ, ພຣະສົງ ຈຶ່ງມີຄໍາອະນຸຍາດເປັນພາສາບາລີ ວ່າ “ໂພຊະນະ ພາຊະນັງ ຍະຖາສຸຂັງ ປະລິ ພຸນຊັນຕຸ” ແປຄວາມໝາຍວ່າ “ຂໍພວກ ທ່ານຈົ່ງຮັບປະທານອາຫານເຫຼົ່ານີ້ ດ້ວຍຄວາມສຸກສໍາລານເທີ້ນ”. ຈາກນັ້ນ ຍາດໂຍມທັງຫຼາຍຈຶ່ງນຳ ເອົາອາຫານມາຮັບປະທານໄດ້ ໂດຍບໍ່ຖືວ່າເປັນບາບກໍາ.

+ ຂັ້ນຕອນ ແລະ ພິທີການ

ເມື່ອຈະໃຫ້ທານ ກ່ອນອື່ນຕ້ອງຊອກຫາວັດຖຸທີ່ຈະໃຫ້ທານໂດຍ ແບ່ງອອກເປັນສີ່ປະເພດຄື ຂອງຫວານ, ຂອງຄາວ, ດອກໄມ້ທູບທຽນ ແລະ ເຄື່ອງບໍລິວານອື່ນໆ ຕາມແຕ່ຊອກຫາມາໄດ້ ນອກນັ້ນ ຍັງມີຄໍາໝາກ, ກອກຢາພູຄ້ຽວ, ເມື່ອຊອກຫາມາ ໄດ້ແລ້ວກໍຈັດໃສ່ຖ້ວຍ ຫຼື ພາຊະນະອື່ນ ໂດຍຈັດເປັນຄູ່ກັນຄື ເມື່ອນິມົນພຣະສົງມາຫ້າອົງ ກໍຕ້ອງເຮັດ ສັງຄະແທນ ຫົກອັນ ແລະ ສັງຄະທານ ຫົກອັນເປັນຄູ່ກັນ ທັງຫ້າຄູ່ນັ້ນແມ່ນ ຖວາຍແດ່ ພະສົງ, ອີກອັນໜຶ່ງ ແມ່ນຖວາຍບູຊາແກ່ ພຣະພຸດທະເຈົ້າ. ເມື່ອຈັດທຸກຢ່າງສຳເລັດແລ້ວ ຜູ້ພາທາງ ຫຼື ສາລະວັດ ຈະພາກັນໄຫວ້ພຣະ ຮັບສິນ ຈາກນັ້ນ ກໍມີການຖວາຍເຄື່ອງທານ.

+ ຄໍາຖວາຍ ສັງຄະແທນ-ສັງຄະທານ

ສາທຸ ສາທຸ ອຸກາສະ ອຸກາສະ ພັນເຕ ຂ້າແຕ່ເຈົ້າ ຕົນຊົງຄຸນ ອັນມາກ ມະຍັງ ອັນວ່າຝູງຂ້າທັງຫຼາຍ ຄື ທາຍົກອຸປາສົກ ອຸປາສິກາ ມີເຈົ້າ ມູນລະສັດທາເປັນເຄົ້າ ຕາບຕໍ່ເທົ້າເກົ່າ ເຊັ່ນຕະກູນ ເປັນແດນແສນ ເຊັ່ນຕະກູນ ເປັນຄະນາຍາດ ອັນເປັນເຊື້ອຊາດພັນທຸລາ ທຽນຍ່ອມຄິດເຖິງຫາຍັງ ຄອງອັນບາບຫຍາບຊ້າດ້ວຍຕັນຫາ ເປັນພາລາຄົນໃດ້ດ້ວຍໃຈແທ້ ຍິ່ງໜັກໜາ ທິສະວາ ເຫັນແລ້ວຍັງໂພຊະນາສັງຄັດສະແຫ່ງ ສັງຄະເຈົ້າຕ່າງໆ ອັນບໍ່ຫຼາງຈັກຄວນກິນ ຈຶ່ງຍິນດີໃນຄອງອັນ ຮ້າຍຫຼອນວ່າໄດ້ບາຍເອົາ ຍັງອາຫານຫຼາຍເຫຼືອຫຼາກ ເປັນຕົ້ນວ່າ ໝາກໄມ້ໝາກນາໆ ກໍຈຶ່ງເປັນປາ ປັງຍັງບາບຈຶ່ງຂະໜາບຕົນໄປສູ່ວິໄສພາຍຕໍ່ ດັ່ງນີ້ເຫິງນານ.