ກະຊວງປ້ອງກັນປະເທດສະຫຼຸບຕີລາຄາວຽກງານປ້ອງກັນຊາດປະຈຳປີ2022

0 minutes, 3 seconds Read

………………………………………

………………………………………

………………………………………

ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2022 ແລະ ວາງທິດທາງແຜນການສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2023 ຂອງກະຊວງປ້ອງກັນປະເທດ ຈັດຂຶ້ນໃນວັນທີ 2 ກຸມພາ 2022, ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຮອງລັດຖະມົນຕີ, ກອງພັນ, ກົມ, ພະແນກ, ນາຍ ແລະ ພົນທະຫານຂັ້ນສູງ ເຂົ້າຮ່ວມ. ພົນເອກ ຈັນສະໝອນ ຈັນຍາລາດ ປະທານກອງປະຊຸມໄດ້ມີຄຳເຫັນວ່າ ໃນປີ 2022 ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກກະຊວງ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,

ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນຢ່າງດີ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ, ກອງທັບໄດ້ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ, ສຸມໃສ່ຮັບປະກັນປົກປັກຮັກສາອຳນາດອະທິປະໄຕຂອງຊາດ ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ; ປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ; ພ້ອມກັນນັ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ,

ການປະກອບສ່ວນພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ກໍຄືວຽກງານອື່ນໆ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງ ເພື່ອມີວິທີການຊຸກຍູ້-ຊີ້ນຳການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງ ກໍຄືກົມກອງທີ່ໄດ້ຈັດຕັ້ງປະຕິບັດໃນປີຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງ-ກໍ່ສ້າງກອງທັບ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023, ໃນການຄົ້ນຄວ້າຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້ຄົງຄ້າງ ເພື່ອກໍານົດທິດທາງວຽກງານຈຸດສຸມໃນປີ 2023 ໃຫ້ແທດເໝາະກັບສະພາບຕົວຈິງ ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.

………………………………………

………………………………………

………………………………………

Similar Posts