………………………………………
………………………………………
………………………………………
ໃນແຕ່ລະປີໃນປະເທດອັງກິດ ມີຄ່າໃຊ້ຈ່າຍໃນການສ້ອມບຳລຸງທໍ່ລະບາຍສູງເຖິງ 6,000 ລ້ານປອນ ເຊິ່ງງົບປະມານການໃນການສ້ອມແປງສ່ວນໃຫຍ່
ແມ່ນໝົດໄປກັບການຂຸດເຈາະພື້ນຜິວຖະໜົນຂຶ້ນມາເພື່ອປ່ຽນທໍ່ໃໝ່ ໂດຍບໍ່ຮູ້ສະຖານທີ່ທີ່ແນ່ນອນຂອງການຮົ່ວໄຫຼຂອງທໍ່ນ້ຳ !!! ນັກວິທະຍາສາດຈາກ 4 ມະຫາວິທະຍາໄລທົ່ວປະເທດອັງກິດ ໄດ້ສ້າງຕັ້ງທີມງານເພື່ອພັດທະນາຫຸ່ນຍົນກວດຈັບການຮົ່ວໄຫຼ ຂະຫນາດນ້ອຍຂຶ້ນມາພາຍໃຕ້ໂຄງການທີ່ມີຊື່ວ່າ “ໄພ໌ບອທ” (Pipebot)
ເພື່ອຊ່ວຍລັດຖະບານສ້ອມແປງທໍ່ນ້ຳໄດ້ຖືກຈຸດຫຼາຍຂຶ້ນເພື່ອປະຢັດງົບປະມານ. ແລະ ນອກຈາກການສ້ອມແປງທໍ່ຮົ່ວໃນທົ່ວອັງກິດດ້ວຍການຊ່ວຍເຫຼືອຂອງຫຸ່ນຍົນ ສາມາດຫຼຸດຜ່ອນການສູນເສຍນ້ໍາປະປາຫຼາຍກວ່າລ້ານລິດໃນແຕ່ລະປີ ຖືວ່າເປັນປັດໄຈສໍາຄັນໃນຍຸກຂອງນ້ໍາຈືດຂາດແຄນໃນໂລກ.
ປະຈຸບັນ “ໄພ໌ບອທ” Pipebot ກໍາລັງພັດທະນາຂຶ້ນຫຼາຍຮູບແບບ ມີລັກສະນະຄ້າຍຄືແມງມຸມທີ່ມີຫາງຄ້າຍປາ ທີ່ຖືກອອກແບບມາເພື່ອລອຍ ແລະ ເຄື່ອນທີ່ແບບປົກກະຕິໄດ້ ຈົນເຖິງຫຸ່ນຍົນທີ່ມີຮູບຄ້າຍຄືກັບກົນຫອຍທີ່ສາມາດມ້ວນໄດ້ພາຍໃນທໍ່ນ້ໍາ.
………………………………………
………………………………………
………………………………………