ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນກອງປະຊຸມວິສາມັນຂອງຄະນະບໍລິຫານງານສູນກາງພັກ, ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນພະຫັດທີ 5 ສິງຫາ 2021 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,
ປະທານປະເທດ; ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ບັນດາທ່ານການນຳພັກ-ລັດ, ອະດີດການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ຈຳນວນ 164 ທ່ານ, ອະດີດການນຳຂອງສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນຕ່າງໆ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX
ຈະສືບຕໍ່ດຳເນີນໄປຈົນເຖິງວັນທີ 10 ສິງຫາ 2021 ໂດຍຈະໄດ້ສຸມໃສ່ປະກອບຄຳເຫັນໃສ່ບັນຫາສຳຄັນພື້ນຖານຂອງປະເທດຊາດ ເຊິ່ງຈະໄດ້ປຶກສາຫາລື ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ແລະ ປຶກສາຫາລື ແລະ ຮັບຮອງ ກົ ດ ໝ າ ຍ ທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ຈຳນວນ 5 ສະບັບຄື: ກົ ດ ໝ າ ຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ,
ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົ ດ ໝ າ ຍ ວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍ ຢ າ ເ ສ ບ ຕິ ດ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ ລ ະ ບ າ ດ ຂອງພະຍາດອັກ ເ ສ ບ ປອດ ຮຸ ນ ແ ຮ ງ ຫລື ໂ ຄ ວິ ດ -19 ແລະ ມາດຕະການແກ້ໄຂຜົນ ກ ະ ທົ ບ ຈາກການແຜ່ ລ ະ ບ າ ດ ຂອງພະຍາດດັ່ງກ່າວ. ພິເສດ, ກອງປະຊຸມຍັງຈະໄດ້ຮັບຟັງການກ່າວປາໄສ
ຂອງຄະນະຜູ້ແທນຂັ້ນສູງພັກ-ລັດ ສສ.ຫວຽດນາມ ແລະ ເຂົ້າຮ່ວມພິທີມອບ-ຮັບຫໍສະພາແຫ່ງຊາດ ຫລັງໃໝ່ຢ່າງເປັນທາງການ ລະຫວ່າງການນຳສູງສຸດພັກ-ລັດຂອງ 2 ປະເທດ ລາວ-ຫວຽດນາມ. ໄລຍະດໍາເນີນກອງປະຊຸມດັ່ງກ່າວ ສພຊ ຍັງໄດ້ຈັດຕັ້ງໜ່ວຍງານຮັບ ຜິ ດ ຊອບໂທລະສັບສາຍດ່ວນ ເປີດຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກທົ່ວ ສັ ງ ຄົ ມ ໃນໂມງລັດຖະການ ດ້ວຍໂທລະສັບໝາຍເລກ 156 ໂດຍບໍ່ໄດ້ເສຍຄ່າ ແລະ ສົ່ງອີເມວ [email protected]