ມາດຕາ 15 ການຈອດລົດບໍ່ຖືກຕ້ອງຕາມລະບຽບການ ກ່ຽວກັບການຈະລາຈອນທາງບົກ, ຜູ້ຂັບຂີ່ລົດ ທີ່ຈອດລົດຢູ່ບ່ອນຫ້າມຈອດ, ມີປ້າຍ ຫລື ມີເຄື່ອງໝາຍຫ້າມ, ທາງຄ້ອຍ, ທາງໂຄ້ງ, ຫົວຂົວ, ກາງຂົວ, ຂວາງທາງ, ຕັນທາງ, ຊ້ອນກັນ, ເບື້ອງຊ້າຍທີ່ບໍ່ແມ່ນການສັນຈອນທິດທາງດຽວ, ທາງຄົນຍ່າງ, ບໍ່ຖືກຕ້ອງຕາມລັກສະນະ ຂອງປ້າຍກຳນົດ, ຕິດຂອບດອນກາງທາງ, ຂອບວົງວຽນ, ໃກ້ທາງຄົບ, ທາງແຍກໃນຂອບເຂດ ສິບຫ້າແມັດ, ບໍ່ແນບຂອບທາງ ຫລື ຫ່າງຈາກຂອບທາງເກີນ ສາມສິບຊັງຕີແມັດ ຈະຖືກປັບໃໝຕາມປະເພດລົດດັ່ງນີ້:
+ລົດຈັກ 50.000 ກີບ
+ລົດສາມລໍ້ຕິດເຄື່ອງຈັກ, ລົດໄຖນາທຸກປະເພດ 80.000 ກີບ
+ລົດເກງ, ກະບະ, ຈິບ ແລະ ລົດຕູ້ 150.000 ກີບ
+ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະໜາດນ້ອຍ 200.000 ກີບ
+ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະໜາດກາງ 250.000 ກີບ
+ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະໜາດໃຫຍ່ 300.000 ກີບ
ດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຈະລາຈອນທາງບົກ ເລກທີ568/ລບ. ນວ, ລົງວັນທີ 16/9/2021