ຄວາມເເຕກຕ່າງລະຫວ່າງພໍ່ຄ້າ,ນັກທຸລະກິດ,ນັກລົງທຶນ

ນີ້ແມ່ນຄວາມແຕກຕ່າງລະຫວ່າງ ພໍ່ຄ້າ-ນັກທຸລະກິດ-ນັກລົງທຶນ

ພໍ່ຄ້າ…
– ເລືອກກໍາໄລຢ່າງລະ 2.000 ກິບ ໄດ້ຂາຍມື້ລະ 100 ຢ່າງ

ນັກທຸລະກິດ…
– ເລືອກກໍາໄລຢ່າງລະ 500 ກິບ ເເຕ່ໄດ້ຂາຍມື້ລະ 1.000 ຢ່າງ

ນັກລົງທືນ…
– ເລືອກກໍາໄລຢ່າງລະ 100 ກິບ ເເຕ່ຂາຍໄດ້ມື້ລະ 100.000 ຢ່າງ

ພໍ່ຄ້າ…
– ຍອມຢືນຂາຍເຂົ້າເຄື່ອງມື້ລະ 12 ຊົ່ວໂມງ ເພື່ອໃຫ້ໄດ້ກໍາໄລມື້ລະ 200.000 ກິບ

ນັກທຸລະກິດ…
– ຍອມຈ້າງຄົນມາຢືນຂາຍເເທນຕົວເອງ ເຖີງຈະກໍາໄລພຽງມື້ລະ 50.000 ກິບ ເພື່ອຈະໄດ້ມີເວລາໄປເປີດສາຂາ 2 – 3 – 4…

ນັກລົງທືນ…
– ຍອມເສຍເງິນມະຫາສານ ໃຫ້ກັບຄ່າລະບົບ ເເລະ ບຸກຄາລາກອນມືອາຊີບ ສ້າງເເບຣນ ຂາຍເປັນລະບົບ ຂະຫຍາຍສາຂາໄປທົ່ວໂລກ

ພໍ່ຄ້າ…ຈະໄປທ່ອງທ່ຽວ ຕ້ອງປິດຮ້ານ ຂາດລາຍໄດ້

ນັກທຸລະກິດ…ຈະໄປທ່ຽວກໍສັ່ງວຽກຜ່ານຜູ້ຈັດການ

ນັກລົງທືນ…ເຖີງນອນຕາກອາກາດເທີງເຮືອສ່ວນຕົວຢູ່ກາງທະເລ ເເຕ່ເງິນເຂົ້າບັນຊີທຸກວິນາທີ

ພວກເຮົາຫຼາຍຄົນຍັງບໍ່ເເມ່ນພໍ່ຄ້າ, ບໍ່ເເມ່ນນັກທຸລະກິດ ເເລະ ຍັງຫ່າງໄກຈາກຄໍາວ່າ ”ນັກລົງມທືນ“ ເເຕ່ຖ້າເຮົາມີຄວາມເຊື່ອໝັ້ນ, ມີຄວາມພະຍາຍາມ, ມີຄວາມທຸ່ມເທ່ທີ່ຫຼາຍພໍເຮົາທຸກຄົນຕ້ອງເຮັດໄດ້…

ທ່ານ. ໂຣເບີດ ຄິໂຍຊາກິ ເຄີຍກ່າວໄວ້ວ່າ: “ຄົນທຸກ…ອອກໄປເຮັດວຽກເພື່ອເງິນ, ຄົນລວຍ…ໃຊ້ເງິນຈ້າງຄົນເກັ່ງ ຈ້າງມືອາຊີບມາຫາເງິນໃຫ້ຕົວເອງໃຊ້“

ສິ່ງທີ່ລາວບອກຄົນທັງໂລກ…ເປັນຄວາມຈິງ ທຸກຄົນກໍ່ຮູ້ວ່າ ມະຫາເສດຖີຫຼາຍຄົນ ບໍ່ເຄີຍຈົບປະລິນຍາ ເເຕ່ມີລູກນ້ອງຈົບ ປະລິນຍາຕີ (ປຕ), ປະລິນຍາໂທ (ປທ), ປະລິນຍາເອກ (ປອ)

ຄົນທີ່ປະສົບຜົນສໍາເລັດກ່າວໄວ້ວ່າ: “ການປ່ຽນເເປງຈາກພໍ່ຄ້າ ໄປເປັນນັກທຸລະກິດບໍ່ຍາກ ບໍ່ຕ້ອງປ່ຽນຫຍັງ ບໍ່ຕ້ອງປ່ຽນອາຊີບ ມີເເຕ່ປ່ຽນວິທີຄິດ ຊີວິດຈະບໍ່ມີການປ່ຽນເເປ່ງ ຫາກເຮົາຍັງຄິດເເບບເດີມໆເກົ່າໆ ເພາະມັນຈະເຮັດໃຫ້ເຮົາໃຊ້ຊີວິດເເບບເດີມໆເກົ່າໆ“