ວັນທີ 10/6/2021 ທີ່ ປາເຊ ຈຳປາສັກ ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ “ມີເລື່ອງຊິເລົ່າໄຫ້ຟັງ..ທຸກໆເຊົ້າແລະທຸກໆແລງຈຳປາຈະມັກຍາມອອກກຳລັງແລະສັງເກດໄປນຳທາງ.ມີທົ່ງນາແລະຕຸບນ້ອຍໆແຄມທາງຢູ່ກັນ2ເຖົ້າກັບຫລານ.ຈຳປາມັກເອີ້ນຖາມທັກທາຍທຸກໆມື້.ເພີ່ນກະມີນິໃສດີຕາມພາສາຄົນມີອາຍຸ.ມີມື້ຫນື່ງຖຽງນາໄກ້ກັນຂ້າງົວແລະຕົກພູດຊີ້ນ.
ຈຳປາກະກາຍມາຄືທຸກເຊົ້າປົກກະຕິແລະຖາມວ່າພໍ່ໄຫຍ່ແມ່ໄຫຍ່ບໍ່ໄດ້ໄປຊື້ພູດຊີ້ນນຳເຂົາບໍ່.ລາວຕອບວ່າບໍ່ມີເງີນດອກລູກ.ແລະຈຳປາກະແນມເຫັນເຫັດບົດປົນເຫັດຂາວແກ່ໆແລະຫອຍ 7 ແປດຫນວ່ຍໃນຊາມ.ຄືຊິແມ່ນຂອງກິນລາວຕຽມໄວ້ຕອນເພນຫລັງຈາກຂື້ນດຳນາ..ຈຳປາໄປເອົາພູດຊີ້ນແລະໄດ້ແວ່ກາຍມາແບ່ງໄຫ້.ລາວດີໃຈແລະອວຍພອນ.ຈຳປາຄິດວ່າ.ເລື່ອງກິນຄືເລື່ອງໄຫຍ່ການບິແບ່ງຖ້າບໍ່ອີ່ຫລີ່ບໍ່ມີໄຜດອກຢາກແບ່ງຫມູ່.
ແຕ່ຈຳປາຄິດວ່າກິນແບບໃດຊິບໍ່ໄຫ້ມັນເມີດ..ຕ້ອງແບ່ງຫມູ່.ແຕ່ບໍ່ໄດ້ຫວັງຜົນຕອບແທນຈາກລາວດອກ..ແຄ້ໄດ້ເຫັນຄົນທີລຳບາກກວ່າເຮົາເຂົາໄດ້ກິນອີມດ້າມຄາບກະຍັງດີ..ນີ້ຄືຄວາມສຸກຂອງເຮົາທີໄດ້ເປັນຜູ້ໄຫ້ເຖິງຈະບໍ່ສະເຫມີໄປແຕ່ກະຍັງດີທີໄດ້ຊວ່ຍມະນຸດຄືກັນ…ກິນເມີດມື້ນີ້ຂີ້ມື້ອື່ນ.ເຖິງວ່າມັນບໍ່ຫລາຍແຕ່ຈຳປາກະໄຫ້ດວ້ຍໃຈ..
ຖ້າຮູ້ຈັກແບ່ງປັນຄືການໄຫ້ທີປະເສີດ..ຈຳປາມາຢູ່ນີ້ກະຕ້ອງໄດ້ອາໃສໄພເພີ່ງພີ່ນ້ອງໄກ້ຄຽງ.ຊິມີຊ່ຳໄດກະຢ່າຄົນເຮົາບໍ່ສາມາດຢູ່ໂດດດຽ່ວໄດ້ໂດຍບໍ່ມີຫມູ່ກອງ.ຍີ່ງໃນສັງຄົມສັງໄຫມນີ້ແຮງຫາຄົນຈິງໃຈຍາກ..ການທີເຮົາຈະໄຫ້ຄົນອື່ນຮັກເຮົາ..ເຮົາຕ້ອງຍອ່ມເສຍສະຫລະຮັກຄົນອື່ນກ່ອນ.ຈິງຈະໄດ້ຄວາມຮັກນັ້ນກັບຄືນມາ.ບູຮານກ່າວໄວ້ວ່າ.ແຮງໄຫ້ແຮງມີ.ແຮງຂີ້ຖີ່ແຮງອືດ....ຜູ້ຂງນຈາກຈຳປາ.. ຂອບໃຈຄົນທີອ່ານຈົນຈົບ…”