ດ່ວນລາຍງານສົດ ຖະແຫຼງການຈາກຄະນະສະເພາະກິດ ຄວບຄຸມ Covid-19 ປະຈຳວັນທີ 11 ກໍລະກົດ 2021. ຕິດເຊື້ອໃໝ່ມື້ນີ້ລວມມີ 89 ຄົນ. ຕິດເຊື້ອພາຍໃນມີທັງໝົດ 3 ຄົນ ແລະ ມາຈາກແຮງງານນໍາເຂົ້າທັງໝົດແມ່ນ 86 ຄົນ. ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 10 ກໍລະກົດ 2021 ພົບວ່າມີຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 89 ຄົນ.
ນະຄອນຫຼວງ 17 ຄົນ(ນຳເຂົ້າ). ແຂວງວຽງຈັນ 2 ຄົນ. ຫຼວງນ້ຳທາ 1 ຄົນ. ຄຳມ່ວນ 3 ຄົນ (ນໍາເຂົ້າ). ສະຫວັນນະເຂດ 27 ຄົນ(ນຳເຂົ້າ). ຈຳປາສັກ 39 ຄົນ (ນໍາເຂົ້າ). ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ. ລາຍລະອຽດການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້
Facebook Comments Box