ລະວັງ ພາຍຸ (Tropical Storm Koguma) ຂຶ້ນຮອດ ສປປ ລາວ ແລ້ວ ດ້ວຍຄວາມໄວລົມ ປະມານ 40 mph (65 ກມ/ຊມ), ຈະກໍ່ໃຫ້ເກີດມີຝົນຕົກໜັກ, ຂໍໃຫ້ທຸກພື້ນທີ່ ໂດຍສະເພາະພາກກາງ ແລະ ພາກເໜືອ ຂອງ ສປປ ລາວ ຈົ່ງລະມັດລະວັງ, ແຈ້ງເຕືອນຝົນຕົກໜັກ ໃນວັນທີ 12 ຫາ 14 ມິຖຸນາ 2021
ເນື່ອງຈາກວ່າຍ່ອມຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງທີ່ປົກຄຸມຢູ່ເຂດທະເລຈີນຕອນກາງ ແລະ ຄາດວ່າຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ໄປທາງເກາະໄຮໜານສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 12 ຫາ 14 ມິຖຸນາ 2021 ນີ້.
ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ,ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໃນໄລຍະ 2-3 ວັນຕໍ່ໜ້ານີ້.