ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ – 1 9 ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການເພີ່ມເຕີມກ່ຽວກັບມາດຕະການປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ – 1 9 ເມື່ອວັນທີ່ 12 ກໍລະກົດ 2021 ນີ້ ເຖິງເຈົ້າຄອງນະຄອນໄກສອນ ພົມວິຫານ ແລະ ເຈົ້າເມືອງ 14 ເມືອງພາຍໃນ ແຂວງສະຫວັນນະເຂດ, ຫົວໜ້າປກສ, ປກຊ ແລະ ທຸກຊັ້ນຄົນພາຍໃນແຂວງສະຫວັນນະເຂດ ຊຶ່ງ ໃຫ້ເຈົ້າໜ້າທີ່ປກສ ນະຄອນໄກສອນ ພົມວິຫານ, ປກສ 14 ເມືອງ ແລະ ອຳນາດການປົກຄອງ ທ້ອງຖິ່ນ ສາມາດປະຕິບັດມາດຕະການປັບໃໝ ແລະ ດຳເນີນຄະດີຕໍ່ບຸກຄົນທີ່ ລ ະ ເ ມີ ດ ແຈ້ງການວ່າດ້ວຍມາດຕະການ ຕ້ າ ນ ແລະ ຄວບຄຸມການ ແ ຜ່ ລ ະ ບ າ ດ ຂອງ ພ ະ ຍ າ ດ ໂ ຄ ວິ ດ – 1 9
ລວມໄປເຖິງຜູ້ປະກອບການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ (ທີ່ມີທາດ ເ ຫຼົ້ າ ), ຮ້ານບໍລິການນວດສະປາທຸກປະເພດ, ຮ້ານສະໜຸກເກີ້, ຮ້ານອິນເຕີເນັດ ແລະ ຮ້ານເກມທຸກປະເພດພາຍໃນແຂວງສະຫວັນນະເຂດ ຖ້າພົບວ່າ ລ ະ ເ ມີ ດ ແຈ້ງການດັ່ງກ່າວ ຊຶ່ງຄັ້ງທຳອິດໃຫ້ ປັບໃໝ 10 ລ້ານກີບ ແລະ ໃຫ້ໂຈະກິດຈະການຊົ່ວຄາວພ້ອມທັງນຳຕົວເຈົ້າຂອງຮ້ານໄປ ສຶກສາອົບຮົມເປັນເວລາ 2 ວັນ (48 ຊົ່ວໂມງ) ແລະ ຖ້າສືບຕ່ໍ ລ ະ ເ ມີ ດ ໃຫ້ ປັບໃໝ 30 ລ້ານກີບພ້ອມທັງ ໃຫ້ຖອນໃບອະນຸ ຍາດ ດຳເນີນກິດຈະການຖາວອນ ແລະ ນຳຕົວເຈົ້າຂອງຮ້ານໄປດຳເນີນຄະດີຕາມກົດໝາຍ. ແຈ້ງການຍັງລະບຸໄວ້ຕື່ມອີກວ່າ:
ຜູ້ໃດທີ່ຈະເດີນທາງຜ່ານ ຫຼື ເຂົ້າແຂວງສະຫວັນນະເຂດຕ້ອງມີໃບອະນຸຍາດເດີນ ທາງຈາກຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ແ ຜ່ ລ ະ ບ າ ດ ຂອງ ພ ະ ຍ າ ດ ໂ ຄ ວິ ດ – 1 9 ຂັ້ນແຂວງຕົ້ນທາງ ແລະ ຕ້ອງມີໃບຢັ້ງຢືນສັກວັກຊິນຄົບ 2 ເຂັມ ໂດຍມອບໃຫ້ເຈົ້າໜ້າທີ່ ປກສ ຈັດກຳລັງຕັ້ງຈຸດກວດກາ ຄົນເຂົ້າ-ອອກແຂວງສະຫວັນນະເຂດຢູ່ 4 ຈຸດຄື: ຢູ່ເຊບັ້ງນວນ ເມືອງສອງຄອນ, ຢູ່ຊາຍແດນເມືອງທ່າປາງທອງຫາເມືອງຕຸ້ມລານ ແຂວງສາລະວັນ, ຢູ່ຂົວເຊບັ້ງໄຟ ເສັ້ນທາງເລກທີ 13 ແລະ ຢູ່ຂົວຂ້າມເຊບັ້ງໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ ຫາ ເມືອງໜອງບົກ ແຂວງຄຳມ່ວນ.