ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 14-18 ກໍລະກົດ 2021 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ເຂດພາກເໜືອ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ດັ່ງນັ້ນຈຶ່ງແຈ້ງເຕືອນໃຫ້ປະຊາຊົນຢູ່ທົ່ວທຸກພາກຈົ່ງມີສະຕິລະມັດລະວັງຕໍ່ສະພາບ ອາກາດດັ່ງກ່າວອາດຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ບັນດາແຂວງພາກເໜືອໃຫ້ລະວັງເປັນພິເສດ.
Facebook Comments Box