ໃນວັນທີ 14 ກຸມພາ 2022 ເພຈບໍລິສັດລົດໄຟລາວ-ຈີນ ໄດ້ອອກແຈ້ງເຖິງຜູ້ໂດຍສານທຸກທ່ານວ່າ: ເພື່ອເປັນການຕອບສະໜອງຄວາມຕ້ອງການອອກເດີນທາງຂອງຜູ້ໂດຍສານ, ລົດໄຟລາວ-ຈີນຈິ່ງເພີ່ມຖ້ຽວແລ່ນລົດໄຟໃຫ້ຫຼາຍຂຶ້ນ, ລາຍລະອຽດມີດັ່ງນີ້: ນັບແຕ່ວັນທີ 14 ກຸມພາ ເປັນຕົ້ນໄປ, ທຸກໆມື້ຈະນຳໃຊ້ຂະບວນລົດໄຟ EMU 1 ຂະບວນ, ແລ່ນຈາກນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ C82/1 ຈຳນວນ 1 ຄູ່ ແລະ ແລ່ນຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ C84/3 ຈຳນວນ 1 ຄູ່.
ຖ້ຽວລົດໄຟ C82/1 ຈະດຳເນີນການຢູ່ 7 ສະຖານີຂົນສົ່ງຜູ້ໂດຍສານຄື: ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີເມືອງໄຊ, ສະຖານີນາເຕີຍ, ສະຖານີບໍ່ເຕ່ນ; ຖ້ຽວລົດໄຟ C84/3 ຈະດຳເນີນການຢູ່ 3 ສະຖານີຄື: ສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ,