ເກີດເຫດຜົວເຮັດປືນແກັບລັ່ນໃສ່ເມຍໄດ້ຮັບບາດເຈັບ ແລະ ຫຼານຊາຍອາຍຸ 7 ເດືອນເສຍຊີວິດ ເມື່ອມໍ່ໆມານີ້ ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເມືອງສິງ ແຂວງຫຼວງນໍ້າທາ. ເຈົ້າໜ້າທີ່ສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງສິງ ແຂວງຫຼວງນໍ້າທາແຈ້ງໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນກ່ຽວກັບເຫດການດັ່ງກ່າວພົບວ່າ ຜູ້ເຮັດປືນແກັບລັ່ນໃສ່ເມຍ ແລະ ຫຼານນັ້ນຊື່ທ້າວ ຊຽງສົມຈັນ ອາຍຸ 51 ປີ ອາຊີບ ຊາວສວນ ເປັນຊົນເຜົ່າ ຜູ່ນ້ອຍ ຢູ່ບ້ານ ຫົວຂົວ ເມືອງສິງ ແຂວງ ຫຼວງນ້ຳທາ, ສ່ວນເມຍທີ່ໄດ້ຮັບບາດເຈັບນັ້ນຊື່ ນາງ ເປົາ ອາຍຸ 47 ປີ ແລະ ຫຼານຊາຍທີ່ເສຍຊີວິດ ຊື່ທ້າວ ແປງ ອາຍຸ 7 ເດືອນ. ທ້າວ ຊຽງສົມຈັນ ຫຼື ຜູ້ເຮັດປືນລັ່ນດັ່ງກ່າວສາລະພາບວ່າ: ເວລາປະມານ 15 ໂມງຂອງມື້ເກີດເຫດ ຜູ້ກ່ຽວໄດ້ກິນເຂົ້າຢູ່ເຮືອນ ແລະ ເມຍຂອງຕົນເອງໄດ້ໄປຮັບເອົາຫຼານຢູ່ຕະຫຼາດຊຶ່ງເປັນລູກຂອງ ນາງ ພອນສຸກ (ເປັນລູກສາວຂອງຜູ້ກ່ຽວ),
ພາຍຫຼັງແຕ່ງກິນສຸກແລ້ວ ເມຍໄດ້ເອີ້ນ ຜູ້ກ່ຽວ ມາກິນເຂົ້າແຕ່ຜູ້ກ່ຽວ ກິນແລ້ວ ເວລານັ້ນແມ່ນຜູ້ກ່ຽວກຳລັງແປງປືນແກັບຢູ່ໃນຫ້ອງນອນ ຈາກນັ້ນເມຍ ແລະ ລູກກິນເຂົ້າແລ້ວເມຍກຳລັງມ້ຽນພາເຂົ້າຢູ່ໃນເຮືອນຄົວ ຜູ້ກ່ຽວແມ່ນໄດ້ ເອົາປາຍປືນປິ່ນໄປທາງເຮືອນຄົວ ແລ້ວແປງບ່ອນຮອງອັດລູກໝາກແກັບ ແລະ ເອົາເຫຼັກຕາ ປູຕອກໃສ່ແຕ່ຜູ້ກ່ຽວລືມເອົາໝາກແກັບອອກຈາກປືນຈຶ່ງເຮັດໃຫ້ແກັບດັ່ງກ່າວແຕກເຮັດໃຫ້ປືນລັ່ນອອກໂດຍມີລູກຫວ່ານ (ລູກປືນທີ່ເຮັດດ້ວຍກົ່ວ) ຊອດຝາໄມ້ແປ້ນລະຫວ່າງຫ້ອງນອນ ຫາເຮືອນຄົວແລ້ວຖືກໃສ່ເມຍ ແລະ ຫຼານທີ່ເຈ່ຍໄວ້ຢູ່ທາງຫຼັງຢູ່ເຮືອນຄົວໄດ້ຮັບບາດເຈັບ ແລະ ໄດ້ນໍາຕົວທັງສອງຄົນໄປໂຮງໝໍ ແຕ່ຮອດເວລາປະມານ 3 ໂມງເຊົ້າຂອງມື້ຕໍ່ມາໄດ້ເຮັດໃຫ້ ທ້າວ ແປງ ຫຼື ຫຼານຊາຍຜູ້ກ່ຽວເສຍຊີວິດ. ປັດຈຸບັນທາງເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.