ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ກັກຕົວ ແລະ ສືບສວນ, ຜູ້ກໍ່ເຫດໄດ້ສາລະພາບວ່າ: ໄດ້ລົງມືຄາດຕະກຳລູກສາວຂອງຕົນເອງແທ້ ໂດຍໄດ້ໃຊ້ກ້ອນຫີນໜັກປະມານ 3 ກິໂລໂຍນຖິ້ມໃສ່ຫົວລູກສາວຈຳນວນ 1 ບາດ, ແລ້ວທຸບຊ້ຳອີກ 2 ບາດ ເຮັດໃຫ້ມີເລືອດໄຫຼອອກຫົວເປັນຈຳນວນຫຼາຍຈຶ່ງເຮັດໃຫ້ລູກສາວເສຍຊີວິດ. ສາເຫດທີ່ຄາດຕະກໍາລູກໃນຄັ້ງນີ້ຍ້ອນວ່າຜູ້ກ່ຽວເມົາຢາບ້າ ແລະ ຄຸມສະຕິຕົວເອງບໍ່ຢູ່ ເພາະກ່ອນໜ້າມື້ຄາດຕະກໍາ 1 ວັນ ຜູ້ກ່ຽວມີອາການຫຼອນຮູ້ສຶກຢ້ານກົວຄົນຢູ່ອ້ອມຂ້າງເຮືອນລົມກັນແຮງກໍ່ຮູ້ສຶກວິຕົກກັງວົນຄິດວ່າເຂົາເຈົ້າເວົ້າຈົ່ມຂັວນຈຶ່ງບໍ່ສາມາດຢູ່ເຮືອນໄດ້, ເວລາປະມານ 19-20 ໂມງຂອງມື້ດຽວກັນຜູ້ກ່ຽວໄດ້ຄອບລູກ-ເມຍ ແລ້ວເອົາຕົວໜີເຂົ້າສວນຢາງພາລາ
ໂດຍບໍ່ຮູ້ສຶກຢາກຫຼັບຢາກນອນຍ່າງໄປເລື້ອຍໆຈົນຮຸ່ງເຊົ້າຂອງມື້ຕໍ່ມາ ຜູ້ກ່ຽວໄດ້ຍ່າງເຂົ້າໄປບ້ານ ບວກຄຸ ເຫັນຄົນຢືນລົມກັນຢູ່ກາງບ້ານຈຳນວນຫຼາຍຄົນ ແລ້ວຊາວບ້ານ ບວກຄຸ ກໍ່ຖາມຜູ້ກ່ຽວວ່າໄປໃສມາ ທ້າວ ລໍເຢີ ຈຶ່ງຕອບວ່າ: ຊາວບ້ານ ປ່າຜຸກ ໄລ່ຈັບຕົນເອງຈຶ່ງບໍ່ສາມາດຢູ່ເຮືອນໄດ້ ຈຶ່ງເອົາຕົວຫຼົບໜີອອກຈາກບ້ານມາ, ໃນເວເວລາທີ່ກຳລັງລົມກັນຢູ່ນັ້ນປະມານ 11 ໂມງ ຜູ້ກ່ຽວໄດ້ເຫັນລູກສາວຂອງຕົນເອງ ( ຜູ້ເສຍຊີວິດ ) ພ້ອມກັບໝູ່ອີກ 3 ຄົນຍ່າງເຂົ້າມາແລ້ວຢຸດຢູ່ຫົວດອຍຫ່າງຈາກບ່ອນຕົນເອງຢູ່ປະມານ 70 ແມັດ ນາງ ເຢີແມ໋ວ ເອີ້ນບອກໃຫ້ຜູ້ກ່ຽວກັບໄປເຮືອນ ຈາກນັ້ນ ທ້າວ ລໍເຢີ ໄດ້ຍ່າງໄປຫາລູກສາວຂອງຕົນເອງແລ້ວຖາມວ່າ: ແມ່ຄືບໍ່ມາ ລູກສາວຕອບວ່າ :
ແມ່ກໍ່ໄປຊອກອີ່ພໍ່ຢູ່ປ່າພຸ້ນບໍ່ກັບມາເທື່ອ ເວລານັ້ນຜູ້ກ່ຽວຮູ້ສຶກວິນຫົວໃຈຮ້າຍຂຶ້ນມາທັນທີຈົນເຮັດໃຫ້ຄຸມອາລົມຕົນເອງບໍ່ໄດ້ ຈຶ່ງໄດ້ລົງມືຄາດຕະກຳລູກສາວຂອງຕົນເອງໃນເວລາທີ່ລູກສາວນັ່ງກົ້ມໜ້າຢູ່. ພາຍຫຼັງທີ່ຄາດຕະກໍາລູກແລ້ວ, ຜູ້ກ່ຽວໄດ້ເອົາຕົວຫຼົບໜີແແລ່ນເຂົ້າສວນຢາງພາລາ ແລ້ວ ປກສ ບ້ານ ບວກຄຸ ຈຶ່ງໄລ່ຈັບໃຊ້ເວລາປະມານ 01 ຊົ່ວໂມງຈຶ່ງສາມາດຄຸມຕົວຜູ້ກ່ຽວໄດ້. ຜ່ານມາຜູ້ກ່ຽວແມ່ນມີປະຫວັດການເສບຢາບ້າມາແຕ່ປີ 2007 ແລະ ປັດຈຸບັນທາງເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.