ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ການຈັດກິດຈະກຳບຸນຊ້າງ ປະຈຳປີ 2022 ນີ້ ແມ່ນຈະໄດ້ເຮັດແຕ່ພິທີຄອບເລົ່າ ໂດຍຈະບໍ່ມີກິດຈະກໍາຂອງຊ້າງ; ສ່ວນການຈັດງານຕະຫຼາດນັດວາງສະແດງ, ຈຳໜ່າຍສິນຄ້າ ແລະ
ການວາງສະແດງສິນຄ້າໂອກ໋ອບຂອງບັນດາ ເມືອງ ຢູ່ເດີ່ນສະໜາມຫຼວງຂອງແຂວງ ແມ່ນໃຫ້ໂຈະ ເພື່ອເປັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.