ປະຫວັດຂອງກໍລະນີຜູ້ຕິດເຊື້ອໂຄວິດ-19 ໃນນະຄອນຫຼວງ ຈາກການຖະແຫຼງຂ່າວໃນວັນທີ 15 ມິຖຸນາ 2021
#ກໍລະນີທີ່1 ເພດຊາຍ ອາຍຸ 29 ປີ ເປັນພະນັກງານແພດໂຮງໝໍ 5 ເມສາ ທີ່ຢູ່ ບ້ານພະໂພ ເມືອງສີສັດຕະນາກ (ມີປະຫວັດໃກ້ຊິດກັບຜູ້ຕິດເຊື້ອ)
#ກໍລະນີທີ່2 ເພດຊາຍ #ອາຍຸ10ເດືອນ ຢູ່ບ້ານພະຂາວ ເມືອງໄຊທານີ (ສຳຜັດໃກ້ຊິດກັບຜູ້ເປັນແມ່)
#ກໍລະນີທີ່3 ເພດຍິງ ອາຍຸ 44 ປີ ຢູ່ບ້ານພະຂາວ ເມືອງໄຊທານີ (ຜູ້ກ່ຽວບໍ່ມີອາການຫຍັງ ແລະ ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
#ກໍລະນີທີ່4 ເພດຍິງ ອາຍຸ 20 ປີ ບ້ານພະຂາວ ເມືອງໄຊທານີ (ມີອາການເຈັບຄໍ ໄອ ປວດຮາກ ແລະ ອິດເມື່ອຍ)
#ກໍລະນີທີ່5 ເພດຍິງ ອາຍຸ 21 ປີ ອາຊີບຄ້າຂາຍ ບ້ານພະຂາວ ເມືອງໄຊທານີ (ຜູ້ກ່ຽວບໍ່ມີອາການຫຍັງ)
#ກໍລະນີທີ່6 ເພດຍິງ ອາຍຸ 27 ປີ ບ້ານໜອງທາງເໜືອ ເມືອງຈັນທະບູລີ (ກຳລັງສອບຖາມຂໍ້ມູນ)
#ເຂດສ່ຽງ ແລະ ສະຖານທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
– 7 ຫຼື 8 ມິຖຸນາ 2021 ໄປຖ່າຍຮູບ Parkson ແຖວເສັ້ນທາງຄູວຽງໃກ້ກັບວຽງຈັນເຊັນເຕີ
– 8-9 ມິຖຸນາ 2021 ໄປຊື້ເຄື່ອງຢູ່ Viewmall
– 10 ມິຖຸນາ 2021 ໄປບ້ານໝູ່ຢູ່ບ້ານສະພັງໝໍ້
– 11 ມິຖຸນາ 2021 ໄປລ້ອມຮົ້ມຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ
– 11 ມິຖຸນາ 2021 ໄປກິນເຂົ້າປຸ້ນແຈ່ວຂິງຢູ່ທ່າເດືອ ຮ້ານແຄມຂອງ
– 12 ມິຖຸນາ 2021 ໄປບ້ານໜອງບົວທອງ ເມືອງສີໂຄດຕະບອງ
– 14 ມິຖຸນາ 2021 ໄປຊື້ຢາຢູ່ຮ້ານໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ
– 14 ມິຖຸນາ 2021 ເວລາ 20:15-20:30 ໄປກວດພະຍາດຢູ່ຫຼັກໄຊ ຄລີນິກ