ຄວາມໝາຍການບູຊາດ້ວຍໝາກໄມ້ມຸງຄຸນ9ຊະນິດສະບາຍດີ ມື້ນີ້ຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ທີ່ນິຍົມນຳມາບູຊາເຊິ່ງໃນທີ່ນີ້ຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ມຸງຄຸນ9ຢ່າງທີ່ນິຍົມນຳບູຊາໃນໂອກາດພິເສດຕ່າງໆດັ່ງນີ້:
1.ໝາກກ້ຽງ : ໝາຍເຖິງຄວາມໂຊກດີ ຮັ່ງມີເງິນຄໍ່າ.
2.ໝາກແອັບເປິ້ນ : ໝາຍເຖິງຄວາມສະຫງົບສຸກ ມີສັນຕິພາບ ຄອບຄົວສະຫງົບສຸກ ບໍ່ວຸ້ນວາຍ ບໍ່ມີໂລກໄພໄຂ້ເຈັບ.
3.ໝາກສາລີ້ : ໝາຍເຖິງຄວາມຮັ່ງມີ ໂຊກລາບ ພົບພໍ້ ແຕ່ສິ່ງທີ່ດີໆ.
4.ໝາກເລີແຊັ້ງ ຫລື ອະງຸ່ນ : ໝາຍເຖິງຄວາມໂຊກດີ ແລະ ລ້ຳລວຍ ພ້ອມທັງມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ
5.ໝາກກ້ວຍ : ໝາຍເຖິງການມີບໍລິວານທີ່ດີ ແລະ ມີລູກຫລານສືບສະກຸນ.
6.ໝາກມັງກອນ : ໝາຍເຖິງຄວາມອຸດົມສົມບູນ ແລະ ມີໂຊກລາບໃຫຍ່.
7.ໝາກນັດ : ໝາຍເຖິງຄວາມຮອບຮູ້ ຮອບຄອບ ເບິ່ງກວ້າງເຫັນໄກແບບມີວິໄສທັດທີ່ດີໃນບາດກ້າວຂອງຊີວິດ.
8.ໝາກລີ້ນຈີ່ : ໝາຍເຖິງການເສີມສິຣິມຸງຄຸນໃຫ້ຊີວິດ.
9.ໝາກພິລາ : ໝາຍເຖິງການມີຄວາມສາມັກຄີ ມີຄວາມອົບອຸ່ນພາຍໃນຄອບຄົວ ມີຄວາມເອື້ອເຟື້ອເພື່ອແຜ່
ສາທຸ99 ທ່ານໃດກົດອ່ານກົດແຊຣ໌ຂໍໃຫ້ມີຄວາມອຸດົມສົມບູນໃນຊີວິດເປີດຊັບຮັບໂຊກຂອງທ່ານເທີ້ນ.