ປະທານສຸພານຸວົງຜູ່ເສຍສະຫຼະຊີວິດເພື່ອປະເທດຊາດ

ຢູ່ໃນໂລກນີ້ ການທີ່ມີເຊື້ອກະສັດຍອມເສຍສະຫລະບັນລັງຂອງຕົນມາເປັນຄົນທຳມະດາສາມັນແລ້ວກັບກາຍມາເປັນຜູ້ນຳຕົ້ນແບບແຫ່ງການຕໍ່ສູ້ປະຕິວັດ, ທໍລະຫົດອົດທົນ ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການ ເພື່ອອຸທິດຜົນປະໂຫຍດໃຫ້ແກ່ປະເທດຊາດ, ໃຫ້ປະຊາຊົນ ແລະ ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດມາສູ່ບ້ານເມືອງ ຮ່ວມກັບບັນດາທ່ານຜູ້ນຳອື່ນໆໃນປະຫວັດສາດຍຸກໜຶ່ງຂອງຊາດແມ່ນເປັນສິ່ງທີ່ຫາຍາກ ປຽບດັ່ງທ່ານປະທານ ສຸພານຸວົງ ໜຶ່ງໃນຜູ້ນຳການປະຕິວັດຂອງຊາດລາວ ຈົນມີສາຍານາມວ່າ: “ເຈົ້າຊາຍແດງ” ແຫ່ງລຸ່ມແມ່ນ້ຳຂອງ. ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ວັນທີ 13 ກໍລະກົດ ເປັນວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 112 ປີ (13/7/1903 – 13/7/2021).

ມາຮອດມື້ນີ້ ເຖິງວ່າວັນດັ່ງກ່າວ ໄດ້ຜ່ານກາຍໄປແລ້ວກໍຕາມ, ແຕ່ຄວາມໝາຍຂອງວັນທີ 13 ເດືອນກໍລະກົດ ອັນເປັນວັນເກີດຂອງທ່ານປະທານ ສຸພານຸວົງ ຍັງຈົດຈຳລຳລຶກຢູ່ໃນດວງໃຈຂອງປວງຊົນລາວທົ່ວທັງປະເທດ. ນອກຈາກນັ້ນ ວັນທີ 13 ກໍລະກົດ ກໍຍັງມີຄວາມໝາຍເປັນວັນອະນຸລັກສັດນ້ຳ-ສັດປ່າສຳລັບປະເທດລາວເຮົາອີກດ້ວຍ. ເວົ້າຄວາມຈິງແລ້ວ, ເມື່ອເອີຍເຖິງຊີວິດແຫ່ງການນຳພາຕໍ່ສູ້ປະຕິວັດຂອງທ່ານແປະທານ ສຸພານຸວົງ, ທິດກ່ຳ ຂໍຍົກເອົາບາງຕອນສຳຄັນເດັ່ນໆຕອນໜຶ່ງມາເວົ້າສູ່ກັນຟັງ ຄືໄລຍະໄປລີ້ໄພການເມືອງ ແລະ ເຄື່ອນໄຫວປະຕິວັດຢູ່ປະເທດໄທ ໂດຍການນຳພາຂອງເຈົ້າເພັດຊະລາດ. ຫລັງຕໍ່ມາຂະບວນການແນວລາວອິດສະຫລະ ແລະ ໄດ້ຖືກປະກາດຍຸບ ຍ້ອນເງື່ອນໄຂຝຣັ່ງປະກາດຈະຍິນຍອມມອບເອກະລາດໃຫ້ແກ່ລາວ, ແຕ່ຍັງໃຫ້ຂຶ້ນກັບເຄືອສະຫະພັນຝຣັ່ງຢູ່.

ນອກຈາກນັ້ນ ຝຣັ່ງຍັງປະກາດນະໂຍບາຍຕ້ອນຮັບພວກຕໍ່ຕ້ານ ໂດຍຈະບໍ່ລົງໂທດ ຖ້າຜູ້ໃດກັບໃຈໄປຮ່ວມກັບຝຣັ່ງ ຈະໃຫ້ຊັ້ນ ແລະ ໃຫ້ຕຳແໜ່ງເໝືອນເດີມ. ຜູ້ທີ່ປະກາດຍຸບລັດຖະບານແນວລາວອິດສະຫລະໃນເວລານັ້ນແມ່ນທ່ານ ຄຳມ້າວ ວິໄລ ໃນຖານະເປັນນາຍົກລັດຖະມົນຕີ ລັດຖະບານແນວລາວອິດສະຫລະໃນເວລານັ້ນ.ພາຍຫລັງປະກາດຍຸບລັດຖະບານແນວລາວອິດສະຫລະ ມີຈຳນວນໜຶ່ງໄດ້ກັບໃຈໄປຫາຝຣັ່ງ ເປັນຕົ້ນທ່ານ ຄຳມ້າວ ວິໄລ, ເຈົ້າສຸວັນນະພູມມາ, ທ່ານ ກະຕ່າຍ ໂດນສະໂສລິດ ແລະ ບຸກຄົນອື່ນໆ. ສ່ວນເຈົ້າສຸພານຸວົງ ແລະ ເຈົ້າເພັດຊະລາດ ບໍ່ຍອມກັບ ຍ້ອນເຫດຜົນວ່າຝຣັ່ງມອບເອກະລາດໃຫ້ລາວນັ້ນເປັນພຽງແຕ່ຮູບນອກ, ແຕ່ເນື້ອແທ້ພັດຍັງຂຶ້ນກັບຝຣັ່ງຢູ່. ເມື່ອເປັນດັ່ງວ່ານີ້ ເຈົ້າເພັດຊະລາດ ເລີຍຍອມລີ້ໄພການເມືອງຢູ່ໄທຈົນຮອດປີ 1957 ເພີ່ນຈຶ່ງໄດ້ເຂົ້າມາຢູ່ລາວ ໂດຍມີລັດຖະບານຝ່າຍວຽງຈັນໄປເຊີນເອົາເພິ່ນມາ.

ສ່ວນເຈົ້າສຸພານຸວົງ ພ້ອມດ້ວຍອ້າຍນ້ອງທະຫານແນວລາວອິດສະຫລະຈຳນວນໜຶ່ງໄດ້ຕັດສິນໃຈໄປຫວຽດນາມດ້ວຍການຍ່າງໃນໄລຍະທາງ 1.000 ກວ່າກິໂລແມັດ. ເມື່ອໄປຮອດຮ່າໂນ້ຍແລ້ວໄດ້ເຂົ້າພົບທ່ານປະທານ ໂຮ່ຈີມິນ ແລ້ວໄປພົບກັບປະທານ ໄກສອນ ພົມວິຫານ ທີ່ໄດ້ເຄື່ອນໄຫວຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວ ແຂວງຫົວພັນ ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ເຄື່ອນໄຫວກ່ອນໜ້ານັ້ນມາຫລາຍປີແລ້ວ. ຈາກຜົນສຳເລັດຄັ້ງນີ້ແມ່ນໄດ້ພ້ອມກັນຈັດຕັ້ງອົງການແນວລາວອິດສະຫລະຄືນໃໝ່, ຈາກນັ້ນຂະບວນການຕໍ່ສູ້ກໍຍິ່ງຂະຫຍາຍຕົວຈົນໄດ້ຮັບໄຊຊະນະໃນບັ້ນສຸດທ້າຍຄືເຮົາເຫັນທຸກວັນນີ້.