ຂ່າວເສົ້າ ສປປ ລາວ ເສຍຊີວິດເພີ່ມອີກ 1 ຄົນ ຈາກພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ ອີງຕາມຂ່າວເພຈ ສະຖານີໂທລະພາບ ແຂວງສະຫວັນນະເຂດ ລາຍງານວ່າ:
ມາຮອດປັດຈຸບັນ ສປປ ລາວ ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ລວມເປັນ 5 ຄົນ. ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2021 ນີ້ ຢູ່ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 49 ປີ
ໂດຍເຈົ້າໜ້າທີ່ສະເພາະກິດໄດ້ທຳການຊາປະນະກິດສົບແລ້ວ. ຈາກຂໍ້ມູນຜູ້ເສຍຊີວິດ ແມ່ນຄົນບ້ານໜອງບົວທ່າ, ເມືອງສອງຄອນ, ແຂວງສະຫວັນນະເຂດ ກັບມາຈາກປະເທດເພື່ອນບ້ານ ຕິດເຊື້ອໂຄວິດ ແລະ ເຂົ້າຮັບການປິ່ນປົວທີ່ໂຮງໝໍພາກສະໜາມຂອງແຂວງ ແລະ ເສຍຊີິວິດໃນເວລາຕໍ່ມາ.
Facebook Comments Box