ຕາມຂ່າວຈາກ ໂຕກຽວ,ວັນທີ19ພຶດສະພາ, ທ່ານ ໂຢຊີຮິເດະ ຊູງະ,ນາຍົກລັດຖະມົນຕີ ຍີ່ປຸ່ນ ຢືນຢັນຈະເດີນໜ້າ ຈັດງານ ໂອລິມປິກ ລະດູຮ້ອນ ຫລື ໂຕກຽວ ໂອລິມປິກ ຈັດຂຶ້ນ ໃນລະຫວ່າງ ວັນທີ 23 ກໍລະກົດ ຫາ 5 ສິງຫາປີນີ້ ຫລັງຈາກ ຖືກເລື່ອນ ມາຕັ້ງແຕ່ ປີກາຍນີ້
ເນື່ອງຈາກ ເຈົ້າໜ້າທີ່ ທາງການ ມີມາດຕະການ ຄວບຄຸມ ທີ່ເຂັມງວດພຽງພໍ ທີ່ຈະເຮັດໃຫ້ ສາມາດ ຈັດງານໄດ້ ຢ່າງປອດໄພ. ເຖິງວ່າ ຍີ່ປຸ່ນ ພວມຜະເຊີນກັບ ການແຜ່ລະບາດ ໂຄວິດ-19 ຮອບທີ່4 ກໍ່ຕາມ ຫລັງຈາກ ກວດພົບ ຜູ້ຕິດເຊື້ອ ສະເລ່ຍ 6.200ຄົນຕໍ່ວັນ ຕັ້ງແຕ່ຕົ້ນເດືອນ ພຶດສະພາ
ເຮັດໃຫ້ເຈົ້າໜ້າທີ່ ທາງການ ປະກາດ ຂະຫຍາຍ ສະຖານະການ ສຸກເສີນ ທີ່ນະຄອນຫລວງ ໂຕກຽວ ແລະ ຫລາຍແຂວງ ທົ່ວປະເທດ ອອກໄປຈົນເຖິງ ທ້າຍເດືອນ ພຶດສະພານີ້.ປັດຈຸບັນ ປະຊາກອນ ຍີ່ປຸ່ນ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19 ບໍ່ເຖິງ2% ແລະ ພວມລະດົມ ສັກວັກຊິນ ໃຫ້ເພີ່ມຂຶ້ນ ຕາມກຳນົດ.
ຂະນະທີ່ ປະຊາຊົນ ຫລາຍກວ່າ 80% ບໍ່ຕ້ອງການ ໃຫ້ຈັດງານ ໂອລິມ ປິກໃນປີນີ້ ໂດຍປະຊາຊົນ 43% ຢາກໃຫ້ຍົກເລີກໄປເລີຍ, 40% ຕ້ອງການ ໃຫ້ເລື່ອນ ອອກໄປກ່ອນ ແລະ ມີພຽງ 14% ທີ່ຕ້ອງການ ໃຫ້ຈັດຕາມ ກຳນົດເກົ່າ.