ກະຊວງສາທາລະນະສຸກໄດ້ອອກແຈ້ງການເມື່ອວັນທີ 20 ພຶດສະພາ 2021 ນີ້ເຖິງບັນດາພະແນກສາທາລະນະສຸກ 17 ແຂວງ ແລະ ນະຄອນຫຼວງ ເລື່ອງກຳນົດເຂດການລະບາດເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ກຳນົດເອົາ ສາມສີບ້ານເປັນເຂດເຝົ້າລະວັງ
ເຊັ່ນ: ບ້ານສີແດງ, ບ້ານສີເຫຼືອງ ແລະ ບ້ານສີຂຽວ ຊຶ່ງ ບ້ານສາມສີດັ່ງກ່າວນີ້ແມ່ນໃຫ້ສືບຕໍ່ປະຕິບັດຄຳສັ່ງ 15/ນຍ ລົງວັນທີ 21 ເມສາ 2021 ເຊັ່ນດຽວກັນ ແຕ່ມີຂໍ້ຍົກເວັ້ນຕ່າງກັນ.
Facebook Comments Box