ໄທຂອບໃຈລາວ ທີ່ເອື້ອເຟື້ອໃຫ້ແກ່ການສົ່ງອອກຂອງໄທໄປ ປ ະ ເທດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ຫວ່າງມໍ່ໆນີ້ໄທ ໄດ້ສົ່ງອອກເຂົ້າໄທຊຸດທຳອິດ 1,000ໂຕນ ໄປເມືອງສົງຊິ້ງ. ພາກຕາເວັນ ຕົ ກ ຂອງຈີນ. ໂດຍແມ່ນ ວິໄສທັດອັນດີ ສ ຳ ລັບການສົ່ງເສີມການສົ່ງອອກຂອງໄທ ໂດຍສະເພາະ “Isan Gateway” ທີ່ໄດ້ວາງເປົ້າໝາຍໃນອະນາຄົດເພື່ອສົ່ງອອກຢາງພາລາ, ໝາກໄມ້, ກ້ວຍໄມ້, ຜະລິດ ຕ ະ ພັ ນ ການ ປ ະ ມົງ, ແລະ ຜະລິດ ຕ ະ ພັ ນ ຈາກການລ້ຽງ ສັ ດ. ໂດຍ ທ່ານ ອາລົງກອນ ພົນບຸດ (นายอลงกรณ์ พลบุตร) ທີ່ປືກສາລັດຖະມົນ ຕີ ວ່າການກະຊວງກະເສດ ແລະສະຫະກອນ ແລະ ຮອງຫົວໜ້າພັກ ປ ະ ຊາທິປັດ ຂອງໄທ ເປີດເຜີຍວ່າ: ໄທສາມາດສົ່ງອອກເຂົ້າ ຈຳ ນວນ 20 ຕູ້ ປ ະ ລິມານເຂົ້າແມ່ນ 1,000 ໂຕນ ໂດຍຜ່ານທາງລົດໄຟ ລາວ-ຈີນ ໄປ ນະຄອນສົງຊິ້ງ ( Chongqing ) ຂອງຈີນ.
ຖືໄດ້ວ່າແມ່ນຜົນ ສ ຳ ເລັດ ແລະເປັນຮູບ ປ ະ ທຳ ແລະ ເປັນ ປ ະ ວັດສາດໜ້າໃໝ່ຂອງລະບົບການຂະຫຍາຍໂອກາດທາງການຄ້າຂອງໄທ, ພ້ອມທັງເປັນການສ້າງພື້ນຖານໂຄງລ່າງພື້ນຖານເສດຖະກິດ ໃຫ້ແກ່ ປ ະ ເທດ ໂດຍສ່ວນລວມ ພາຍໄຕ້ການ ຮ່ ວ ມ ມືຢ່າງ “ເອົາຈິງເອົາຈັງ” ລະຫວ່າງ ກະຊວງກະເສດ ແລະ ສະຫະກອນ ຮ່ ວ ມ ກັບ ກະຊວງອຸດສາຫະ ກ ຳ, ກະຊວງການຕ່າງ ປ ະ ເທດ ພາກສ່ວນຊາວກະສິກອນ ແລະ ພາກເອກະຊົນ ຕາມນະໂຍບາຍການພັດທະນາລະບົບການຂົນສົ່ງສິນຄ້າກະສິ ກ ຳ ແລະ ຍຸດທະສາດການ ຕ ະ ຫຼາດເພຶ່ອນຳສິນຄ້າກະສິ ກ ຳ ສູ່ການສົ່ງອອກ. ເຫັນໄດ້ວ່າ ມີການ “ໂອ້ລົມ ຮ່ ວ ມ ມື ຮ່ ວ ມ ໃຈ” ຂອງຫຼາຍພາກສ່ວນ ໂດຍມີຈຸດ ປ ະ ສົງ ແລະ ເປົ້າໝາຍອັນດຽວ ຄື: ເຮັດແນວໃດໃຫ້ສາມາດສົ່ງອອກສິນຄ້າ ໃຫ້ໄດ້ໄວ, ໄດ້ຄຸນນະພາບ ແລະ ນຳລາຍຮັບກັບເຂົ້າ ປ ະ ເທດໃຫ້ຫຼາຍທີ່ສຸດ. ເມື່ອມີເປົ້າໝາຍອັນຈະແຈ້ງແລ້ວ ຜົນ ສ ຳ ເລັດ ກໍ່ກັບມາຫາທຸກພາກສ່ວນເຊັ່ນກັນ.