ຕາມຂ່າວຈາກ ປາເລສຕິນ, ວັນທີ 19 ພຶດສະພາ 2021 ນີ້ ຫລາຍຝ່າຍ ຮຽກຮ້ອງໃຫ້ມີ ການເຈລະຈາ ຮອບໃໝ່ ລວມທັງ ອົງການ ຈັດຕັ້ງສາກົນຕ່າງໆ ເພື່ອຮ່ວມກັນ ແກ້ໄຂ ຂໍ້ຂັດແຍ່ງ ລະຫວ່າງ ປາເລສຕິນ(Palestine)ແລະ ອິດສະຣາແອນ(Israel) ໂດຍສັນຕິວີທີ ຫລັງຈາກ ສູ້ຮົບກັນມາ ເປັນວັນທີ 10 ແລ້ວ
ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 217 ຄົນ ໃນນີ້ ມີທັງເດັກ ແລະ ຜູ້ຍິງ ເຖິງເຄິ່ງໜຶ່ງ ແລະ ສ້າງຄວາມເສຍຫາຍ ຢ່າງໜັກ ໃນເຂດ ກາຊາ ຫລັງຈາກ ໜ່ວຍງານຂອງ ສະຫະ ປະຊາຊາດ ປະເມີນວ່າ: ມີອາຄານ 450 ຫລັງ, ໂຮງໝໍ 6 ແຫ່ງ ແລະ ສູນສຸຂະພາບ 6 ແຫ່ງ ຖືກທຳລາຍ. ປັດຈຸບັນ ສະຖານະການ ຍັງຄົງເຄັ່ງຮ້ອນຢູ່.