ລັກສະນະຜືນຜ້າລາວຖັກທໍຕັດຫຍິບດ້ວຍລວດລາຍອັນປານີດ

ຜືນຜ້າລາວຖັກທໍຕັດຫຍິບດ້ວຍລວດລາຍອັນປານີດຢ່າງສວຍງາມສະດຸດຕາ ແຕ່ລະລວດລາຍລ້ວນແລ້ວແຕ່ມີຄວາມໝາຍອັນລຶກຊຶ້ງ

ທ່ານເຄີຍສັງເກດຜືນຜ້າໃນບ້ານເຮືອນຂອງທ່ານຫຼືບໍ ວ່າຖັກທໍດ້ວຍລວດລາຍຫຍັງ ແລະ ເປັນຫຍັງຈຶ່ງຖັກດ້ວຍລາຍນັ້ນ? ຮູ້ຫຼືບໍຜືນຜ້າລາວມີລວດລາຍຖັກທໍທີ່ອຸດົມສົມບູນຫຼາກຫຼາຍໂດຍສະເພາະລາຍສັດ ແຕ່ລະລາຍລ້ວນແລ້ວແຕ່ມີຄວາມໝາຍແຝງ ເຊິ່ງປຶ້ມ “ລາວດິນແດນແດນແຫ່ງວັດທະນະທຳ” ອະທິບາຍຄວາມໝາຍໄວ້ດັ່ງນີ້:

ລາຍຮູບນົກ

ລາຍນົກນັບວ່າ ເປັນຕົ້ນແບບທີ່ເກົ່າແກ່ທີ່ສຸດຂອງນັກຕໍ່າຜ້າຂອງເຜົ່າລາວ ລາຍທີ່ນິຍົມຕໍ່າໃນຜ້າໄຫມຢ່າງມີຊີວິດຊີວາ ແລະ ຫນ້າຮັກທີ່ສຸດກໍ່ຄືລາຍ “ນົກຫລິ້ນນໍ້າ” ແຝງໄວ້ເຖິງຄວາມສໍາຄັນ ດ້ານກະສິກໍາ, ຄົນລາວ ຕັ້ງແຕ່ດຶກດໍາບັນມາໃຊ້ຊີວິດໃກ້ຊິດກັບທໍາມະຊາດ, ທໍາມະຊາດເປັນສ່ວນຫນຶ່ງຂອງຊີວິດເຂົາເຈົ້າຄວາມອຸດົມສົມບູນຂອງພືດພັນທັນຍາຫານໄດ້ມາຈາກຟ້າຝົນຕົກຕາມລະດູການ ລາຍດັ່ງກ່າວຈຶ່ງເປັນສັນຍາລັກຂອງຄວາມມຸ່ງຫວັງຢາກມີຊີວິດທີ່ດີຂອງນັກຕໍ່າຜ້າຊົນເຜົ່າລາວ. ອີກຄວາມໝາຍໜຶ່ງຂອງລາຍນົກຄື ສັນຍາລັກຂອງໂຄດວົງຕະກຸນ, ບາງເຜົ່າເຊື່ອວ່າ ນົກເປັນໂຄດວົງຕະກຸນທາງແມ່ທີ່ເຄື່ອນຍ້າຍຂຶ້ນເມືອທາງເຫນືອ, ສ່ວນນາກຄືໂຄດວົງຕະກຸນຂອງພໍ່ ແລະ ເຄື່ອນຍ້າຍລົງມາທາງໃຕ້ຕາມແມ່ນໍ້າລໍາເຊ

ລາຍແມງກະເບື້ອ

ພວກເຮົາຈະພົບເຫັນລາຍແມງກະເບື້ອຢູ່ໃນຜ້າຫົ່ມ ຫລື ຜ້າປູຂອງຊົນເຜົ່າລາວ ຄົນລາວເຊື່ອກັນວ່າ ແມງກະເບື້ອ ມີຫລາຍສີສັນ, ບິນໄປທຸກຫົນທຸກແຫ່ງ ເພື່ອຊື່ນຊົມເກສອນຂອງດອກໄມ້, ແມງກະເບື້ອຈຶ່ງເປັນສັນຍາລັກຂອງຄວາມສວຍງາມ ຄວາມເປັນອິດສະຫຼະ ແລະ ຄວາມສະຫງົບສຸກ. ຜ້າມີລວດລາຍນີ້ ສວ່ນໃຫ່ຍນິຍົມກັນເອົາໄວ້ໃຊ້ພາຍໃນບ້ານເຮືອນ.

ຊ້າງໃນຜ້າໄໝລາວ

ຊ້າງເປັນສັນຍາລັກແຫ່ງຄວາມຍິ່ງໃຫ່ຍ, ຄົນລາວຖືວ່າ ຊ້າງເປັນເຈົ້າແຫ່ງປ່າດົງພົງໄພ. ຊ້າງໃນຄວາມເຊື່ອຂອງຄົນລາວຄື ສັນຍາລັກແຫ່ງຄວາມຊື່ສັດ ແລະ ຄວາມຈົງຮັກພັກດີ. ໃນວັນນະຄະດີພື້ນບ້ານຂອງລາວ ມີຫລາຍເລື່ອງທີ່ກ່າວເຖິງຊ້າງ, ເປັນຕົ້ນເລື່ອງນາງຜົມຫອມເຊິ່ງມີພໍ່ເປັນຊ້າງ ແລະ ໃຫ້ຄວາມປົກປ້ອງນາງຢູ່ທຸກເວລາ. ຊ້າງຍັງມີຄວາມຫມາຍອີກວ່າ ຄວາມສົມຫວັງ, ສົມປາດຖະຫນານຳອີກ.

ລາຍສິງ

ລາຍສິງທີ່ຕໍ່າໃນຜືນຜ້າຄື ລວດລາຍທີ່ກ່ຽວກັບຄວາມເຊື່ອຖືເລື່ອງອໍານາດວາດສະຫນາ. ສິງ ຫລື ລາຊະສີ ຄືຄວາມເປັນໃຫ່ຍໃນປ່າ ແລະ ຫນ້າເກງຂາມ ດັ່ງນັ້ນລາຍຜ້າຮູບສິງຂອງຊົນເຜົ່າລາວຈຶ່ງເປັນສັນຍາລັກຂອງອໍານາດວາດສະຫນາ.

ຜ້າໄຫມທີ່ມີລວດລາຍຮູບສິງເປັນທີ່ນິຍົມສຳລັບຜູ້ເປັນເຈົ້ານາຍ, ຫົວຫນ້າເຜົ່າ, ຊາວລາວຍັງນິຍົມຖະຫວາຍຜ້າທີ່ມີລວດລາຍສິງ ໃຫ້ແກ່ພຣະສົງໃນຍາມເທດສະການ, ບຸນປະເພນີຕ່າງໆອີກດ້ວຍ

ລາຍເສືອ

ຊົນເຜົ່າລາວບາງຊົນເຜົ່າຈະໃຫ້ຄວາມເຄົາລົບນັບຖືເສືອ, ເຂົາເຈົ້າຈະບໍ່ຂ້າເສືອ ຫລື ກິນຊີ້ນເສືອ ຢ່າງເດັດຂາດ, ລາຍຮູບເສືອ ມັກຈະຕໍ່າໃນຜືນຜ້າທີ່ໃຊ້ເປັນຜ້າກັ້ງ ຫລື ຜ້າມ່ານ, ຄົນລາວເຊື່ອວ່າ ເສືອ ຄື ສັນຍາລັກຂອງຄວາມຍໍາເກງ, ຄວາມເປັນຕາ ຢ້ານ ແລະ ຄວາມມີສັກສີ, ເຊື່ອກັນວ່າ ເສືອ ຄືສັດທີ່ເປັນມົງຄຸນ, ຊ່ວຍຄຸ້ມຄອງດູແລ ບ້ານເຮືອນໃຫ້ຮົ່ມເຢັນ ແລະ ປາສະຈາກສິ່ງຊົ່ວຮ້າຍ.

ລາຍມ້າ

ຮູບມ້າ ເປັນລວດລາຍທີ່ມີມາຕັ້ງແຕ່ດຶກດໍາບັນ, ບັນພະບຸລຸດລາວໄດ້ເອົາຮູບມ້າມາຕໍ່າລົງບົນຜືນຜ້າດ້ວຍຄວາມເຊື່ອຖືວ່າ ມ້າ ເປັນພາຫະນະທີ່ດີທີ່ສຸດ, ພ້ອມທັງເປັນເພື່ອນ ທີ່ໃກ້ຊິດ ແລະ ຊື່ສັດທີ່ສຸດຂອງມະນຸດ. ລາຍຮູບມ້າປຽບເຫມືອນສັນຍາລັກຂອງຄວາມມານະອົດທົນ, ສູ້ຊົນບໍ່ຍອມ ປະສັກໃນຊີວິດ, ມ້າຈາກເມືອງສະຫວັນ ຊື່ວ່າ ມ້າມະນີກາບ, ມີປີກ ແລະ ບິນໄດ້

ງົວ ຫຼື ຄວາຍ

ເປັນຮູບທີ່ມະນຸດບູຮານເຄີຍແຕ້ມໄວ້ຕາມຖໍ້າຫີນຕ່າງໆ ຖືວ່າເປັນຮູບແຕ້ມທີ່ເກົ່າແກ່ທີ່ສຸດ, ບັນພະຊົນລາວໄດ້ນໍາເອົາລວດລາຍດັ່ງກ່າວມາຕໍ່າລົງບົນຜືນຜ້າ ຜ້າກັ້ງ ຫລື ຜ້າມ່ານ ຂອງຊົນເຜົ່າລາວ. ຄວາຍ ເປັນສັດທີ່ຢູ່ຄູ່ກັບມະນຸດມາຫລາຍພັນປີ, ມັນເປັນພາຫະນະລາກແກ່ ແລະ ເຮັດນາ ສັນຍາລັກຂອງງົວ ແລະ ຄວາຍກໍຄື ຄວາມມານະອົດທົນ.

ລາຍຮູບກວາງ

ລາຍຮູບກວາງ ທີ່ບັນພະບູລຸດລາວໄດ້ບັນຈົງຕໍ່ລົງໃນຜືນຜ້າຈິ່ງເປັນສັນຍາລັກຂອງ ຄວາມບອກເຕືອນຢ່າຫລົງໄຫລນໍາສິ່ງຢົ້ວຢວນ, ຄວາມຢາກໄດ້, ອິ່ມຫນໍ່າສໍາລານຈົນ ຂາດສະຕິ ແລະ ພາຕົນໄປສູ່ໄພອັນຕະລາຍ.

ຢູ່ໃນວັນນະຄະດີພື້ນເມືອງລາວຫລາຍເລື່ອງໄດ້ກ່າວເຖິງກວາງ ກວາງຄໍາເປັນ ຕົວລະຄອນທີ່ງົດງາມຢົ້ວຢວນ ແຕ່ແຝງໄວ້ດ້ວຍຄວາມຊົ່ວຮ້າຍ ແລະ ໄພອັນຕະລາຍ. ໃນວັນນະກໍາອັນຍິ່ງໃຫ່ຍຂອງອິນເດຍ, ເຊິ່ງປະພັນຂຶ້ນປະມານ 200 ປີ ກ່ອນຄຣິດຕະການຄື ເລື່ອງຣາມມະຍານະ ຫລື ເລື່ອງ ພຣະລັກພຣະລາມຕາມແບບຂອງລາວນັ້ນ, ໃນບັ້ນທີ່ຍັກທົດສະກັນໄປລັກເອົາ ນາງ ສີດາ, ໂດຍວາງແຜນໃຫ້ມະລິດປອມຕົວເປັນກວາງຄໍາໄປລໍ້ໃຫ້ ນາງ ສີດາ ຕາຍໃຈຢາກໄດ້ກວາງຄໍາ, ຈົນໃນທີ່ສຸດນາງເລີຍຖືກຍັກທົດສະກັນລັກເອົາໄດ້. ນອກຈາກນີ້ແລ້ວ, ຈົນເຖິງທຸກວັນນີ້ ຄົນລາວ ຍັງມີຄວາມເຊື່ອວ່າ ເມື່ອຟານ ( ສັດ ຄ້າຍຄື ກວາງ ) ເຂົ້າບ້ານ ຫລື ເຂົາເຈົ້າຫາກເດີນທາງໄກ ແລະ ພົບກັບສັດເຫລົ່ານີ້ ເຂົາເຈົ້າເຊື່ອວ່າຈະມີໄພອັນຕະລາຍ ຫລື ລາງຮ້າຍເກີດຂຶ້ນ. ລາຍຮູບກວາງຢູ່ໃນຜ້າກັ້ງ, ຜ້າປູ, ຄົນລາວນິຍົມເອົາໄວ້ໃຊ້ພາຍໃນບ້ານເຮືອນ ຂອງຕົນເທົ່ານັ້ນ

ລາຍຮູບເປັດ

ປະຫວັດສາດຂອງຊົນເຜົ່າລາວບູຮານແມ່ນຕິດພັນກັບການເຄື່ອນຍ້າຍ ແລະ ຕໍ່ຈາກນັ້ນແມ່ນການເຕົ້າໂຮມກັນເປັນຊຸມຊົນທີ່ນັບມື້ນັບຫນາແຫນ້ນຂຶ້ນ. ຫນຶ່ງໃນເຫດຜົນ ການເຄື່ອນຍ້າຍກໍ່ຄືການຊອກຫາແຫລ່ງທໍາມາຫາກິນທີ່ອຸດົມສົມບູນ, ໂດຍສະເພາະແມ່ນລຽບຢູ່ຕາມແມ່ນໍ້າລໍາເຊ, ຫ້ວຍຮ່ອງ, ຫນອງບຶງ, ບ່ອນທີ່ເຫມາະສົມກັບການເຮັດນາ

ລາຍຮູບເປັດ ຫຼື ນົກເປັດນໍ້າ ເປັນສ່ວນໜຶ່ງທີ່ຄົນລາວໄດ້ຄົ້ນຄິດ ແລະ ຕໍ່າລົງໃນຜືນຜ້າ. ຕາມຕຳນານເລົ່າວ່າ ມີຄັ້ງໜຶ່ງເມື່ອເຜົ່າລາວອົບພະຍົບລົງມາທາງໃຕ້ນັ້ນ ເຂົາເຈົ້າໄດ້ຫຼົງປ່າຢູ່ຫຼາຍວັນ ບໍ່ຮູ້ຈະເດີນໄປທາງທິດໃດ. ແຕ່ບັງເອີນປະມຸກຂອງເຜົ່າໄດ້ຫຼຽວເຫັນຝູງນົກເປັດນໍ້າບິນຜ່ານໄປ ເຂົາເຈົ້າຈຶ່ງຕັດສິນໃຈເດີນທາງໄປນຳທິດທີ່ເຫັນຝູງນົກເປັດ ໃນທີ່ສຸດເຂົາເຈ້າກໍພົບເຫັນດິນແດນແຫ່ງນຶ່ງທີ່ອຸດົມສົມບູນ ດັ່ງນັ້ນລາຍນົກເປັດນ້ຳໃນຜ້າໄໝຈຶ່ງເປັນສັນຍາລັກຂອງຄວາມກະຕັນຍູຕໍ່ບັນພະບຸລຸດ

ລາຍຮູບກົບ

ຮູບກົບສະແດງເຖິງຄວາມອຸດົມສົມບູນກ່ຽວກັບພືດ ທັນຍາຫານ, ເພາະຄົນລາວ ຫລື ຊົນເຜົ່າ ທີ່ເວົ້າພາສາຕະກຸນ ລາວ – ໄຕ ນັ້ນມີປະເພນີ ແລະ ວັດທະນາທໍາເຮັດນາ. ນໍ້າ ຫລື ຝົນ ຈຶ່ງມີຄວາມສໍາຄັນຢ່າງຍິ່ງສໍາລັບການດໍາລົງຊີວິດຂອງພວກເຂົາເຈົ້າ ແຕ່ວ່າອາດຈະມີບາງປີຝົນຕົກລົງມາຫນ້ອຍບໍ່ມີນໍ້າພຽງພໍໃຫ້ແກ່ການເຮັດນາ, ຊົນເຜົ່າລາວເຊື່ອວ່າ ກົບ ຫລື ຄັນຄາກ ( ຕະກຸນສັດດຽວກັນ) ສາມາດສື່ສານ ກັບ ພະຍາແຖນຢູ່ເທິງຟ້າ ສາມາດຂໍໃຫ້ຝົນຕົກລົງມາ

ລາຍຮູບໄກ່

ມະນຸດເຮົາໄດ້ນໍາເອົາໄກ່ມາລ້ຽງໄວ້ຫລາຍພັນປີແລ້ວ, ໄກ່ມີຄວາມສຳຄັນຕໍ່ກ່ນດຳລົງຊີວິດຂອງມະນຸດເຮົາ ມັນສາມາດບອກເວລາໃຫ້ມະນຸດເຮົາຕັ້ງແຕ່ສະໄຫມທີ່ມະນຸດເຮົາຍັງບໍ່ມີໂມງ. ນອກຈາກນີ້ແລ້ວ, ພວກໂຫນລາສາດບູຮານຍັງໃຊ້ກະດູກໄກ່ເພື່ອສ່ຽງທວາຍຫານິມິດທີ່ດີໃນພິທີກຳຕ່າງໆ ລາຍຮູບໄກ່ໃນຜຶນຜ້າຂອງຊົນເຜົ່າລາວ ເປັນສັນຍາລັກແຫ່ງຄວາມດຸໝັ່ນຂະຫຍັ່ນພຽນ ເຊິ່ງຄວາມດຸໝັ່ນຂະຫຍັ່ນພຽນເປັນສິ່ງວັດແທກໃຫ້ແກ່ຄວາມງາມຂອງແມ່ຍິງລາວ
ນອກຈາກຮູບສັດທີ່ຄົນບູຮານໃຫ້ຄວາມເຄົາລົບນັບຖື ແລະ ໄດ້ນຳມາບັນຈົງຕໍ່າລົງໃນຜືນຜ້າແລ້ວ ຍັງມີດອກໄມ້ນາໆພັນທີ່ຄົນລາວເຮົາຖືວ່າເປັນມົງຄຸນ ແລະ ມີຄວາມໝາຍສຳຄັນຕໍການດຳລົງຊີວິດຂອງເຂົາເຈົ້າ ແລະ ກໍໄດ້ນຳມາປະດິດຄິດແຕ່ງຕໍ່າລົງໃນຜືນຜ້າ ເຊັ່ນ: ຕົ້ນດອກບົວ, ໃບໂພ ເຊິ່ງເຄີຍຖືກກ່າວເຖິງໃນປະຫວັດຂອງພະພຸດທະເຈົ້າ, ດອກຈຳປາທີ່ຄົນລາວຖືເປັນດອກໄມ້ປະຈຳຊາດ, ດອກເກດ, ດອກກາບ, ດອກຮັກ, ດອກຕ້າງ, ດອກກູດ, ດອກຜັກແຫວ່ນ, ໝາຈັບ, ໃບພ້າວ ແລະ ອື່ນໆ ລ້ວນແລ້ວແຕ່ເປັນລວດລາຍຂອງຜືນຜ້າທີ່ຕໍ່າດວ້ຍຄວາມປານີດ