ແຈ້ງຄວາມຜິດ ຕໍ່ສາວ ” ປັ່ນເລດເງິນ ”
ໃນວັນທີ 14 ມິຖຸນາ 2022 ຜ່ານມາ ເຈົ້າໜ້າທີ່ກົມ
ຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາຕົວ ນາງ ສຸລິນ ລຽນສະຫວັດ ອາຍຸ 26 ປີ ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ທີ່ດໍາເນີນທຸລະກິດແລກປ່ຽນເງິນຕາຕ່າງປະເທດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ມາຮັບຊາບຂໍ້ກະທຳຜິດ.
ເຈົ້າໜ້າທີ່ ເປີດເຜີຍວ່າ: ໄດ້ນຳຕົວນາງ ສຸລິນ ລຽນສະຫວັດ ມາສືບສວນ-ສອບສວນແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່າຜູ້ກ່ຽວໄດ້ມີການເຄື່ອນໄຫວກະທຳຜິດ ໃນສະຖານການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍຂອງປະມວນກົດໝາຍອາຍາປີ 2017.
ແຕ່ການກະທໍາຂອງຜູ້ກ່ຽວນັ້ນເປັນການກະທໍາຜິດຄັ້ງ
ດຽວ ນາງ ສຸລິນລຽນສະຫວັດແມ່ນໄດ້ໃຫ້ຄວາມຮ່ວມມືຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ .