ສືບຕໍ່ກວດ ແລະ ຢຶດນໍ້າມັນແຄມທາງ. ວັນທີ 23 ມິຖຸນາ 2022 ນີ້ເຈົ້າໜ້າທີ່ກວດກາການຄ້າ
ພະແນກ ອຸດສາຫະກຳ ແລະ ການຄ້າ ( ອຄ ) ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການ ອຄ ເມືອງ ແລະ
ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສດຖະກິດ ໄດ້ສືບຕໍ່ລົງກວດກາການຕັ້ງຈຸດຂາຍນໍ້າມັນເຊື້ອໄຟຊະຊາຍ,
ຖ້າພົບເຫັນແມ່ນຈະໄດ້ຍຶດນໍ້າມັນເຊື້ອໄຟທັນທີ. ສຳລັບຜູ້ລະເມີດແມ່ນຈະຖືກສຶກສາອົບຮົມ ຫຼື ດຳເນີນການຕາມລະບຽບກົດໝາຍ.