ວັນທີ 21 ກໍລະກົດ 2021 ຜ່ານມານີ້ ທີ່ວັດໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີການ ເ ຕົ້ າ ໂ ຮ ມ ກັ ນ ຂອງນາຍບ້ານ, ອພສ ເມືອງ ເລື່ອງການ ປົ ດ ຕຳ ແ ໜ່ ງ ເຈົ້າອະທິການວັດໃຫຍ່ໜອງພະຍາ
ໃຫ້ພົ້ນຈາກຄວາມເປັນເຈົ້າອະທິການ ແລະ ຍ້າຍອອກຈາກວັດ ພ້ອມພະສົງສາມະເນນທີ່ບໍ່ມີໜັງສື ຢັ້ ງ ຢື ນ ການພັກເຊົາຈາກບ້ານ. ໂດຍອີງຕາມຂໍ້ຕົກລົງ ອພສ ເມືອງໄຊທານີເລກທີ 222/ອພສ. ຊທນ ລົງວັນທີ 20 ກໍລະກົດ 2021 ລາຍລະອຽດດັ່ງນີ້:
ຫຼ້າສຸດປະຊາຊົນຈຳນວນໜື່ງໄດ້ໂພສວ່າ ມື້ວັນທີ່ 21/7/2021 ນີ້ ອຳນາດການປົກຄອງ ເມືອງໄຊທານີ ນາຍບ້ານ ໜອງພະຍາ ພ້ອມດ້ວຍ ຕຳ ຫຼ ວ ດ ມາບັງຄັບໃຫ້ ພຣະອາຈານສົມປອງ ໜີອອກຈາກ ວັດໜອງພະຍາ ສ່ວນ ຄູບາ ຈົວ ລູກວັດ ຫລາຍອົງ ແມ່ນໃຫ້ໜີຈາກ ວັດໜອງພະຍາ
ທາງເມືອງຄວນແຈ້ງໃຫ້ຊາວພຸດຮູ້ແດ່ວ່າ ພຣະອານຈານສົມປອງ ເພີ່ນເຮັດຫຍັງຜິດ?? ແລະ ຄູບາ ຈົວ ໃນວັດເຮັດຫຍັງຜິດ?? ຈື່ງດຳເນີນຄະດີກັບ ພະອາຈານສົມປອງ ແລະ ໄ ລ່ ຈົວ ຄູບາ ໜີຈາກວັດ ເຊີ່ງໄກ້ຈະ ເຂົ້າພັນສາແລ້ວ.
ໃຫ້ສັງຄົມຮັບຮູ້ຄວາມຈິງນຳແດ່ ຈື່ງຈະບໍ່ເກິດການວິພາກວິຈານຈາກທາງສັງຄົມ ວ່າທາງເມືອງທາງບ້ານໃຊ້ອຳນາດໃນທາງທີ່ ບໍ່ ຖື ກ ຕ້ ອ ງ ກັ່ ນ ແ ກ້ ງ ລັ ງ ແ ກ ພະອາຈານສົມປອງ ແລະລູກວັດ.