ຮັກແທ້ແພ້ໃກ້ຊິດຈື່ງຄິດນອກໃຈເລື່ອງເລົ່າຈາກຊີວິດຈີງ

ເຈົ້າເຄີຍເຊື່ອເລື່ອງນີ້ບໍ່ ຮັກແທ້ແພ້ໄລຍະທາງ..​(ໃກ້ຊິດ)​ “ຄົນໜຶ່ງແຊັດລົມນຳທຸກມື້ ແຕ່ອີກຄົນນອນຢູ່ນຳທຸກມື້ ” ເຄີຍຍິນຫລາຍຄົນບອກວ່າ ໄລຍະທາງບໍ່ເຄີຍເປັນອຸ ປ ະ ສັ ກ ສຳ ລັບຄວາມຮັກ ຫລື ຄົນທີ່ຮັກກັນ ມັນແມ່ນແທ້ ຫລື ບໍ່? ຂ້ອຍໄດ້ລົມກັບຜູ້ ຍິ ງ ຄົນໜຶ່ງໄດ້ 2 ປີແລ້ວ, ແຕ່ເນື່ອງຈາກວ່າ ເຮົາຢູ່ຄົນລະບ່ອນ, ຮຽນຄົນລະສະຖາບັນເຮັດໃຫ້ເຮົາຕ້ອງແຍກກັນຢູ່ລາວເຊົ່າຫ້ອງເຊົ່າຢູ່



ຂ້ອຍພັກຢູ່ຫໍພັກຂອງໂຮງຮຽນ, ວັນເສົາ- ອາທິດ ກໍ່ມັກຈະໄປຫລີ້ນນຳກັນ, ວັນພັກຜອນຕ່າງໆກໍຈະໄປໃສ່ມາໃສ່ນຳກັນເປັນ ປ ະ ຈຳ, ໂທຫາກັນທຸກມື້ທຸກຄືນກ່ອນນອນບອກຝັນດີ, ບອກຮັກຕາມພາສາຄວາມຮັກໄວລຸນ, ເຊື້ອໃຈ, ສັ ດ ຊື່ຕໍ່ຄວາມຮັກ, ໝັ້ນຄົງ ຄິດວ່າຄົນເຮົາຮັກກັນຕ້ອງເຊື້ອໃຈກັນນັ້ນເອງພໍລົມກັນມາດົນໆ ຂ້ອຍເອງກໍຮຽນປີ 4 ແລ້ວ ເວລາກໍ່ບໍ່ຄອຍຫລາຍ,



ການໄປມາຫາສູ່ກັນກໍ່ບໍ່ຄືແຕ່ເກົ່າດົນໆໄປເທື່ອໜຶ່ງ ແລະ ໃນວັນທີ 18 ເດືອນ ກໍລະກົດ ຂ້ອຍຄິດວ່າຈະຕັ້ງໃຈໄປຫາລາວເພາະໃກ້ຈະຮອດວັນເກີດລາວ ມື້ນັ້ນກໍ່ບອກກ່ອນແລ້ວກ່ອນຈະໄປ ແຕ່ບັງເອີນໃນມື້ນັ້ນມີງານສັງສັນນຳໝູ່ຢູ່ເຮືອນໝູ່ນ້ອຍໜຶ່ງຢູ່ບ້ານໝູ່ກໍ່ຄິດວ່າແລ້ວຈາກສັງສັນ ປ ະ ມານ 11:00 ມ. ຈະໄປຫາລາວເລີຍ ເພາະວ່າບອກລາວຖ້າແລ້ວ ເມື່ອຮອດ 11ມ ກໍ່ໄປຫາລາວຄືປົກກະຕິບໍ່ມີຫຍັງ



ພໍຮອດຫ້ອງກໍ່ເຂົ້ານອນເພາະເມົາແນ່ ໃນລະຫວ່າງນອນກໍ່ຖາມວ່າ: ທີ່ບໍ່ໄດ້ມາຫາບໍ່ເຫົງາບໍ່, ບໍ່ຄິດຮອດບໍ່ ແລະ ກໍ່ຖາມວ່າມີຫຍັງຈະສະລະພາບນຳອ້າຍບໍ່? ລາວກໍ່ບອກວ່າບໍ່ມີ ເຊື່ອໃຈໄດ້. ພໍນອນໄດ້ໄລຍະໜຶ່ງຮູ້ສຶກປວດເບົາເຂົ້າຫ້ອງນໍ້າກໍ່ເລີຍລຸກໄປຫ້ອງນໍ້າ ໃນທັນທີ່ທັນໃດກໍ່ຫລຽວເຫັນກະຕາ ຂີ່ ເຫຍື້ອທີ່ຢູ່ໃນພາບ (ວົງກົມແດງ)​ ມີທັ້ງຖົງຢາງອະນາໄມ ມີທັງອື່ນໆ ທັງເກົ່າ ແລະ ໃໝ່.



ເລີຍຍາງອອກມາຖາມແລ້ວເກີດມີປາກສຽງກັນໜ້ອຍໜຶ່ງ, ລາວວ່າລາວໃສ່ນໍ້າລໍລື້ນປົວສິວໃບໜ້າ ແຕ່ກໍ່ບໍ່ເຊື່ອ ຖາມໄປຖາມມາ ພ້ອມທັ້ງນໍ້າຕາທັງສອງ ສຸດທ້າຍລາວຕອບກັບມາວ່າ ອ້າຍ ນ້ອງຂໍໂທດ ນ້ອງ ຜິ ດ ແລ້ວ ຂ້ອຍຖາມວ່າແມ່ນໃຜ ລາວຕອບວ່າ ແມ່ນໝູ່ ຂ້ອຍຖາມ ລາວມາທຸກມື້ບໍ່ມື້ທີອ້າຍບໍ່ມາ ລາວຕອບວ່າ ໂດຍ(ສັ້ນໆ) ລາວບອກວ່າຫາກໍ່ບອກລາວກັບຕອນ 10:30 ມ ກິນີ້ຍ້ອນອ້າຍຊິມາ ດົນໆພັກໜຶ່ງລາວເວົ້າມາວ່າ:



ອ້າຍເຖິງນ້ອງຊິນອກກາຍ ແຕ່ນ້ອງກໍ່ບໍ່ເຄີຍຈະນອກໃຈອ້າຍເລີຍ. ຄຳນີ້ຂ້ອຍຝຸບນັ່ງລົງກັບບາດ ແລະ ກໍ່ຈັບກະແຈລົດຂີ້ລົດອອກມາພ້ອມກັບນໍ້າຕາ ກໍ່ບໍ່ເຂົ້າໃຈ ຫລື ເປັນຍ້ອນຮັກແທ້ແພໄລຍະທາງ ນັ້ນເອງ. ຍິນຫລາຍຄົນມັກເວົ້າສຸດທ້າຍມາເກີດເກັບຕົນເອງ. ຂຽນຈາກຊີວິດຈິງຂອງຜູ້ຊາຍຄົນໝຶ່ງ ຂອບໃຈທຸກຄົນທີ່ເຂົ້າມາອ່ານ ພາບ ປ ະ ກອບເປັນເລື່ອງແທ້ທີ່ເຄີຍເກີດຂື້ນ…



.



.



.



.



.



.



.



.