ລັດຖະບານລາວ ໂດຍສະເພາະອຳນາດການປົກ ຄອງນະຄອນຫຼວງວຽງຈັນ (ນວ) ຈະພັດທະນາ ຮອບ ດ້ານໃນອະນາຄົດ ຢູ່ 24 ບ້ານທີ່ຂຶ້ນກັບເມືອງ ໄຊທານີ ນວ ໂດຍສະເພາະບ້ານທີ່ຢູ່ຟາກ ນໍ້າດ້ານຕາເວັນອອກທີ່ມີຊາຍ ແດນຕິດກັບເມືອງທຸລະຄົມ ແຂວງວຽງຈັນ ເພື່ອສ້າງ ເປັນເມືອງໃໝ່ ຂອງ ນວ ພາຍຫຼັງ ທີ່ເຈົ້າຄອງນະ ຄອນຫຼວງວຽງຈັນໄດ້ອອກ ຂໍ້ຕົກລົງເມື່ອມໍ່ໆມານີ້ ໃນການກຳນົດເອົາເມືອງ ໄຊທານີ ຊຶ່ງ ກວມເອົາ 24 ບ້ານເປັນຂອບເຂດ ເມືອງໃໝ່ດັ່ງ ກ່າວໂດຍຈະມີການ ສໍາຫຼວດເກັບກຳຂໍ້ມູນສ້າງ ແຜນທີ່ຂອບເຂດເມືອງ, ແຜນຜັງ ຕົວເມືອງ, ແຜນທີ່ ການນຳໃຊ້ທີ່ດິນກະສິກຳ,
ການຈັດສັນທີ່ດິນ ແຕ່ລະປະເພດ ແລະ ອື່ນໆ ໃນໄວໆນີ້ ເພື່ອປະກອບ ເຂົ້າໃນບົດວິພາກ ຂອງ ການສ້າງຕັ້ງເມືອງ. ຈຳນວນ 24 ບ້ານທີ່ໄດ້ອອກຂໍ້ຕົກລົງກຳນົດເປັນ ເຂດເມືອງໃໝ່ດັ່ງກ່າວ ປະກອບມີ: ບ້ານ ນາໂງມ ເກົ່າ, ນາໂງມໃໝ່, ນາກາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ, ທົ່ງມັ່ງ, ຂຸດ ສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄຳ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນ ແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ ແລະ ບ້ານໄຮ່.
ຂໍ້ມູນຂ່າວຈາກ ຫ້ອງວ່າການ ນວ