ທ້າວ ສົມຄິດ ສິມພະວົງ ໄດ້ມາຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກພາຍຫຼັງທີໄດ້ຮັບກາບສືກສາອົບຮົມຈາກອົງການປົກຄອງເມືອງຈຳປາສັກ, ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2021 ນີ້, ອົງການປົກຄອງເມືອງຈຳປາສັກ ໄດ້ນຳພາ ທ້າວ ສົມຄິດ ສິມພະວົງ ອາຍຸ 17 ປີ ອາຊີບ ນັກຮຽນ,
ປະຈຸບັນຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກ ເຂົ້າມາຈະມາ ຄາລະວະ ຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງສປປລາວ ພາຍຫຼັງຜູ້ກຽ່ວໄດ້ ກ ະ ທຳ ຜິ ດ, ຕໍ່ກົດໜາຍ ແລະ ຮີດຄອງປະເພນີ,
ທີໄດ້ສ້າງຄວາມ ເ ຊື່ ອ ມ ເ ສ ຍ ທາງດ້ານວັດທະນະທຳຮີດຄອງປະເພນີຂອງລາວ ແລະຜິດ ຕໍ່ ກົ ດ ລ ະ ບ ຽ ບ ຂອງມໍລະດົກ, ໂດຍຜູ້ກຽ່ວ ໄດ້ໄປລັກຖ່າຍຮູບພາບທີ ໂ ປ ້ ເ ປື ອ ຍ ອ ະ ນ າ ຈ າ ນ ບໍ່ ເ ໝ າ ະ ສົ ມ ໃນສະຖານທີ່ມໍລະດົກໂລກວັດພູຈຳປາສັກ ໃນຄັ້ງວັນທີ 28/5/2021 ທີ່ຜ່ານມາ
ແລ້ວນຳໄປໂຄສະນາຜ່ານ ສື່ ອ ອ ນ ລ າ ຍ (ທວິສເຕີ) ຕໍ່ການກະທຳຂອງຜູ້ກຽວ ອົງການປົກຄອງເມືອງຈຳປາສັກ ຈີ່ງໄດ້ນຳເອົາຜູ້ກຽ່ວມາສືກສາອົບຮົມ ເພື່ອໃຫ້ຜູ້ກຽ່ວມີຈີດ ສຳ ນື ກ ຮູ້ ຜິ ດ ຮູ້ ຖື ກ ຮູ້ອັນໄດເໜາະສົມ. ບໍເໜາະສົມ.ຄິດກ່ອນຈີງເຮັດ ພາຍຫຼັງຜູ້ກຽ່ວໄດ້ຮັບສືກສາອົບຮົບອົງການປົກຄອງເມືອງຈຳປາສັກ
ຈີງໄດ້ນຳເອົາທ້າວ ສົມຄິດ ສິມພະວົງ ມາຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກ ມໍລະດົກໂລກແຫ່ງທີ 2 ຂອງ ສປປລາວ ໂດຍມີ ທ່ານ ພອນພິລົມ ພິຈິດ ກຳມະການພັກເມືອງຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທຽ່ວເມືອງຈຳປາສັກ,
ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈໍປາສັກ, ແລະ ພ້ອມດ້ອຍພະນັກງານ ແລະ ນາຍບ້ານ ພໍ່-ແມ່ ຍາດພິນອ້ງຂອງຜູ້ກຽ່ວເຂົ້າຮວ່ມ.. ຂ່າວ-ພາບ ໄຊຍະສິດ ສີຫາວົງ ຖວທ ເມືອງຈຳປາສັກ.