ເມື່ອບໍ່ດົນມານີ້, ທ່ານ ສີລາ ຫຼອມຕ້ອງຄຳສິງ ຮອງເລຂາພັກບ້ານນາກຸດຈານ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວເມືອງວ່າ: ອຳນາດການປົກຄອງ ພ້ອມທັງພໍ່ແມ່ປະຊາຊົນພາຍໃນບ້ານນາກຸດຈານ ໄດ້ຮ່ວມໃຈກັນປະກອບສ່ວນທຶນຮອນຈຳນວນ 20 ລ້ານກີບ ເພື່ອນຳມາຍົກລະດັບເສັ້ນທາງເຂົ້າບ້ານຂອງຕົນໃນໄລຍະ 1.000 ກວ່າແມັດ, ກວ້າງ 5 ແມັດ, ດ້ວຍການປູດິນແດງໃຫ້ໄດ້ມາດຕະຖານ
ຊຶ່ງໃນແຕ່ລະປີ ພໍຮອດລະດູຝົນເສັ້ນທາງດັ່ງກ່າວ ໄດ້ພົບກັບຄວາມລຳບາກໃນການສັນຈອນໄປ-ມາ ຂອງພໍ່ແມ່ປະຊາຊົນ ພົບຄວາມຫຍຸ້ງຍາກ, ເກີດເປັນບວກ, ເປັນຂຸມຫຼາຍຈຸດ. ດັ່ງນັ້ນ, ຈຶ່ງໄດ້ມີການປັບປຸງເສັ້ນທາງພາຍໃນບ້ານຂອງຕົນຄືນໃໝ່ ຊຶ່ງເລີ່ມຈາກສີ່ແຍກທາງເຂົ້າເມືອງໄປຫາຈຸດຂອບຂອງບ້ານ ທາງທິດໃຕ້ ໂດຍການຊີ້ນຳໆພາ ແລະ ຕິດຕາມຂອງຫ້ອງການ ຍທຂ ເມືອງ.