ມຽນມາ ຈູດທຳລາຍຢາເສຍຕິດຂະໜາດໃຫຍ່ 642ລ້ານໂດລາ ສະຫະລັດ
ຕາມຂ່າວຈາກ ມຽນມາ,ໃນວັນທີ26 ມິຖຸນານີ້, ມຽນມາ ໄດ້ຈູດທຳລາຍ ຢາເສບຄິດ ຂະໜາດໃຫຍ່ ລວມມູນຄ່າ 642 ລ້ານໂດລາ ສະຫະລັດ
ເນື່ອງຈາກ ເປັນວັນ ຕໍ່ຕ້ານ ຢາເສບຕິດໂລກ ລວມມີ ເຮໂຣອິນ,ກັນຊາ ແລະ ຢາໄອສ ທີ່ກວດຢຶດໄດ້ຢູ່ ນະຄອນ ຢ່າງກຸ້ງ,ມັນດາເລ ແລະ ຕອງຈິ ເປັນເມືອງເອກ ຂອງລັດຊານ.
ປັດຈຸບັນ ມຽນມາ ພວມຜະເຊີນ ບັນຫາ ທ້າທາຍໃໝ່ ກັບຢາເສດຕິດ ແບບສັງເຄາະ ຊຶ່ງໃຊ້ສານເຄມີ ເປັນສານຕົ້ນຕໍ ຫລັງການປູກຝິ່ນ ຫລຸດລົງແລ້ວ.