ໃກ້ຈະຮອດມື້ສະເຫລີມສະຫລອງ ຄົບຮອບ 1ປີ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ! ຈິ່ງເອົາບັນທຶກການຮັບຮອງເອົາທົ່ງໄຫຫິີນ ແຂວງຊຽງຂວາງ ເຂົ້າ ເປັນມໍລະດົກໂລກ ໃນກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ (UNESCO) ທີ່ ນະຄອນຫຼວງບາກູ ປະເທດອາແຊັກໄບຊານ, ເມື່ອວັນທີ 6 ກໍລະກົດ 2019.
ທົ່ງໄຫຫີນຢູ່ທີ່ເມືອງໂພນສະຫວັນ ແຂວງຊຽງຂວາງເປັນແຫຼ່ງທ່ອງທ່ຽວທີ່ທາງປະຫວັດສາດແລະວັດທະນະທຳທີ່ສຳຄັນຂອງເມືອງ ໄຫຫີນຫຼວງຫຼາຍທີ່ຕັ້ງລຽງກັນຢູ່ເທິງໂນນພູສ່ວນໃຫຍ່ເຮັດມາຈາກຫີນຊາຍພາຍໃນໄຫບາງໄຫພົບໂຄງກະດູກມະນຸດ ບາງໄຫພົບລູກປັດຈາກຈີນ ເຄື່ອງປະດັບຊົນເຜົ່າແລະ ຮູບສຳຣິດ ຕອນນີ້ຈຶ່ງຍັງບໍ່ມີໃຜຮູ້ທີ່ມາທີ່ໄປຍ່າງຊັດເຈນຂອງໄຫຫິນເຫຼົ່ານີ້ແຕ່ຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ບໍ່ຄວນພາດ,
ໄຫຫີນຊຽງຂວາງໄຫຫີນບູຮານ ນັບພັນໆຫນ່ວຍ ມີນ້ຳຫນັກແຕ່ 600 ກິໂລກາມ ເຖິງ 1 ໂຕນ ມີອາຍຸແຕ່ 2.500 – 3000 ປີ ຕັ້ງຢາຍເດຍລະດາດ ໃນທົ່ງຢູ່ເມືອງແປກ ແຂວງ ຊຽງຂວາງ. ມາຮອດປະຈຸບັນ, ຕົ້ນກຳເນີດຂອງບັນດາໄຫຫີນເຫຼົ່ານີ້ ພວມເປັນສິ່ງທີ່ປິດສະໜາສຳລັບນັກຄົ້ນຄ້ວາບູຮານຄະດີ ກໍຄືນັກທ່ອງທ່ຽວມາຈາກທົ່ວທຸກສາລະທິດ.
ເມື່ອມີໂອກາດມາຢ້ຽມປະເທດລ້ານຊ້າງທີ່ສວຍງາມ, ສິ່ງທຳອິດທີ່ນັກທ່ອງທ່ຽວສົນໃຈແມ່ນທົ່ງໄຫຫີນ. ເພາະວ່າ ຢູ່ທີ່ນີ້ມີໄຫຫີນໃຫຍ່, ນ້ອຍທັງໝົດ ປະມານ 2000 ຫນ່ວຍ, ຕັ້ງຍັ່ງຢາຍເດຍລະດາດ ຢູ່ 57 ບ່ອນໃນສາມໝູ່ບ້ານທີ່ຫ່າງຈາກເທດສະບານເມືອງໂພນສະຫວັນ ແຂວງ ຊຽງຂວາງປະມານ 7 ກິໂລແມດ. ໄຫຫີນຫນ່ວຍໃຫຍ່ສຸດມີເສັ້ນຜ່າກາງ 2,5ແມັດ ແລະ ສູງເຖິງ 2,57 ແມດ, ມີນ້ຳຫນັກຫຼາຍໂຕນ. ຫນ່ວຍນ້ອຍສຸດມີຂະຫນາດພໍອູ້ມໜຶ່ງ .
ໄຫຫີນສ່ວນຫລາຍບໍ່ມີຝາປົກ ແລະ ມີຮູບຊົງແຕກຕ່າງກັນ, ບໍ່ມີຫນ່ວຍໃດຄ້າຍຄືກັນ ແລະ ຕັ້ງຍັ່ງຢາຍເດຍລະດາດບໍ່ເປັນລະບຽບ. ມີເລື່ອງລາວສືບທອດກັນມາແຕ່ບູຮານນະການວ່າ: ຂຸນເຈືອງ ແມ່ນກົກເຫຼົ່າຊົນເຜົ່າລາວບູຮານ, ພາຍຫລັງຕີເອົາຊະນະສັດຕູ, ຂຸນເຈືອງໄດ້ສ່ັງໃຫ້ຜະລິດບັນດາໄຫຫີນດັ່ງກ່າວເພື່ອບັນຈຸເຫລົ້າກຽມຈັດງານລ້ຽງສະຫຼອງໄຊຊະນະ. ປະຊາຊົນຢູ່ທີ່ນີ້ພັດເຊື່ອວ່າ, ບັນດາໄຫຫີນເຫຼົ່ານີ້ແມ່ນຈອກກິນເຫລົ້າຂອງບັນດາເທວະດາ