ໃນວັນທີ 25 ພຶດສະພາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ມອບຊຸດອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ຕາງໜ້າຮັບໂດຍທ່ານ ດຣ. ບຸນແຝງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງການມອບໃນຄັ້ງນີ້ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງ ສະຫະລັດອາເມລິກາເຂົ້າໃນການຊ່ວຍເຫລືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ.
ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກດັ່ງກ່າວນັ້ນ ແມ່ນເປັນການມອບຄັ້ງທຳອິດຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫຼືອຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງທົ່ວປະເທດຂອງ ສປປ ລາວ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203.000 ໂດລາສະຫະລັດ ຫຼື ປະມານ 1.870 ລ້ານກີບ
Facebook Comments Box