ຊາດວ່າຕາດູຕົນແທ້ ທັງທີຢູ່ເຮືອນບໍ່ໄດ້ໄປໃສ ກໍ່ມີຜູ້ເອົາເຊື້ອມາຕິດເຮັດໃຫ້ເສຍຊີວິດ ຍັງຊິພາກັນປະໝາດຖືເບົາກັນຢູ່ບໍ?? ຕອນເຊົ້າວັນທີ 28/5/2021 ນຳສົ່ງຜູ້ເສຍຊີວິດຈາກໂຄວິດ-19 ຜູ້ທີ່ 3 ເປັນເພດຊາຍ ອາຍຸ 74 ປີ ບ້ານຝາຍ ເມືອງໄຊເສດຖາ ນວຈ ຂໍໃຫ້ດວງວິນຍານຂອງເພິ່ນໄປສູ່ສຸຂະຕິ, ປະຈຸບັນພໍ່ຕູ້ບຸນມາ ເສຍຊີວິດແລ້ວ ພາກສ່ວນກ່ຽວຂ້ອງລາຍງານມາວ່າ ພໍ່ຕູ້ ບຸນມາ ຢູ່ ບ້ານຝາຍ ທີ່ເປັນຂ່າວຕິດເຊື້ອແລ້ວກະຊວງພະລັງງານ ແລະ ບໍ່ແຮ່ອອກແຈ້ງການໃຫ້ພະນັກງານພາຍໃນກະຊວງ ໃຜໄປພົວພັນຮ້ານພໍ່ຕູ້ບຸນມາໃຫ້ໄປກວດເຊື້ອ
ຂໍສະແດງຄວາມເສຍໃຈນຳ, ສະຫຼຸບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 28 ພຶດສະພາ 2021 ກວດພົບຜູ້ຕິດເຊື້ອໃໝ່ 10 ຕົວຢ່າງ ແລະ ເສຍຊີວິດໃຫມ່ 1 ຄົນ ເພດຊາຍ ອາຍຸ 74 ປີ ຢູ່ບ້ານຝາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜູ້ຕິດເຊື້ອໃຫມ່ມີ ນະຄອນຫຼວງວຽງຈັນ 7 ຄົນ, ສະຫວັນນະເຂດ 1 ຄົນ (ນໍາເຂົ້າ), ຈຳປາສັກ 1 ຄົນ (ນຳເຂົ້າ), ຫຼວງນ້ຳທາ 1 ຄົນ (ນຳເຂົ້າ)