ວັນທີ 29 ກໍລະກົດ 2021 ນີ້ເພຈ ຂ່າວຊາວພຸດ໑ ໂພສວ່າ: ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ ຕິ ດ ເຊື້ອ ໂ ຄ ວິ ດ 19 ທີ່ປະເທດອິນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ, ຂອງວັນທີ 29/7/2021. ສ່ວນພິທີຊາປະນະກິດສົບ ແມ່ນທາງຄະນະສະເພາະກິດ ຂອງປະເທດອິນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດ ໂ ຄ ວິ ດ 19. ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອິນເຕີ ເມືອງຄະຍາ ລັດວິຫານ ປະເທດອິນເດຍ
ເປັນຜູ້ຮັບຜິດຊອບແລະດຳເນີນງານ ນັບແຕ່ມື້ອື່ນເປັນຕົ້ນໄປ. ພຣະອາຈານ ສຸກມີໄຊ ສີສຸກຂະລາດ ຊື່ຫຼິ້ນວ່າ(ພຣະຈອນນີ້) ແມ່ນມີແຕ່ໂຕຜູ້ດຽວພໍ່ແມ່ ໄດ້ເສຍຊີວິດກ່ອນໜ້ານີ້ໝົດແລ້ວ ສ່ວນພຣະອາຈານເປັນພຣະປະຈຳຢູ່ ວັດປ່າທັມມະລົມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເດີນທາງໄປປະຕິບັດສາສະນະກິດ ທີ່ວັດລາວພຸດທະຄະຍາອິນເຕີ ເມືອງຄະຍາ ລັດວິຫານ ປະເທດອິນເດຍ ເປັນໄລຍະເວລາ 3 ປີແລ້ວ. ພຣະອາຈານ ເລີ່ມມີອາການ ມີຄວາມຮູ້ສຶກບໍ່ສະບາຍ ແໜ້ນໜ້າເອິກ ຫາຍໃຈບໍ່ສະດວກ,
ແລ້ວໄດ້ໄປກວດຫາເຊື້ອພະຍາດ ໂ ຄ ວິ ດ 19 ໃນວັນທີ 10/7/2021, ຜົນກວດອອກມາເປັນບວກ ແລ້ວນຳຕົວເຂົ້າຮັກສາຢູ່ໂຮງໝໍຄໍເລັກ ເປັນໂຮງໝໍເອກະຊົນ ທີ່ເມືອງຄະຍາ ປະເທດອິນເດຍ, ໂດຍໄດ້ຮັບການເອົາໃຈໃສ່ ຕິ ດ ຕາມຢ່າງໃກ້ຊິດຂອງຄະນະສົງລາວວັດລາວພຸດຄະຍາອິນເຕີ ແລະຄະນະແພດໝໍ ພຣະອາຈານໄດ້ເຂົ້ານອນໂຮງໝໍ ເປັນເວລາ 20 ມື້ ກ່ອນຈະມໍລະນະພາບລົງ ໃນເວລາ 20:00 ໂມງ, ຂອງວັນທີ 29/07/2021.