ສຳນັກຂ່າວ ເອເອຟພີ,ວັນທີ 30 ກໍລະກົດ 2021 ນີ້,ສະຖານະການ ເຊື້ອພະຍາດ ໂ ຄ ວິ ດ -19 ສາຍພັນໃໝ່ ໃນພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ) ຍັງຄົງ ຮຸ ນ ແ ຮ ງ ໃນຫລາຍ ປະເທດ ອອກຂໍ້ຈຳກັດ ຄວບຄຸມ ປະຊາຊົນແລ້ວ ເລັ່ງເພີ່ມມາດຕະການ ໃຫ້ເຂັ້ມງວດ ຫລາຍຂຶ້ນ ກວ່າເກົ່າ ໂດຍເລີ່ມຕົ້ນຈາກ ກຳປູເຈຍ ອອກຂໍ້ຈຳກັດ ຄວບຄຸມ ໂ ຄ ວິ ດ -19 ຮອບໃໝ່ ໃນ 8 ແຂວງ ຕິ ດ ກັບ ຊາຍແດນໄທ ແລະ ຈຳກັດ ການເດີນທາງ ຂອງປະຊາຊົນ ເພື່ອຄວບຄຸມ ການແຜ່ ລ ະ ບ າ ດ ໂ ຄ ວິ ດ -19 ສາຍພັນ ເ ດ ລ ຕ້ າ ທີ່ ຕິ ດ ຕໍ່ກັນ ໄດ້ງ່າຍ.
ຂະນະທີ່ ຜູ້ ຕິ ດ ເຊື້ອ ລາຍໃໝ່ ສາຍພັນ ເ ດ ລ ຕ້ າ 39 ຄົນ ເປັນ ແ ຮ ງ ງານ ກັບຈາກ ປະເທດໄທ ແລະ ຍັງມີອີກ ຫລາຍປະເທດ ໃນອາຊຽນ ທີ່ມີຕົວເລກ ຜູ້ ຕິ ດ ເຊື້ອ ແລະຈຳນວນ ຜູ້ເສຍຊີວິດ ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ກາຍເປັນສິ່ງ ທ້າທາຍໃໝ່ ເຮັດໃຫ້ ອາຊຽນ ຕ້ອງຮ່ວມມືກັນ ຢ່າງແໜ້ນແຟ້ນ ເພື່ອຄວບຄຸມ ພະຍາດ ໂ ຄ ວິ ດ -19 ໃຫ້ໄດ້ ໄວທີ່ສຸດ ເພື່ອຟື້ນຟູ ເສດຖະກິດ ໃຫ້ກັບຄືນສູ່ ສະພາບ ປົກກະຕິ ໃນຕໍ່ໜ້າ ຢ່າງຮີບດ່ວນ.